Homeຂ່າວພາຍ​ໃນຈຳເລີຍ “ຂົ່ມຂືນແລ້ວຂ້າ” ເດັກນ້ອຍຍິງ ອາຍຸ 10 ປີ ຖືກສານຕັດສິນຈຳຄຸກຕະຫຼອດຊີວິດ

ຈຳເລີຍ “ຂົ່ມຂືນແລ້ວຂ້າ” ເດັກນ້ອຍຍິງ ອາຍຸ 10 ປີ ຖືກສານຕັດສິນຈຳຄຸກຕະຫຼອດຊີວິດ

Published on

ເມື່ອວັນທີ 25 ກັນຍາ 2018 ໜັງສືພິມຄວາມສະຫງົບລາຍງານ ຜົນການຕັດສິນຄະດີສະເທືອນຂວັນ ຂົ່ມຂື່ນ ແລ້ວຄາດຕະກຳ ເດັກນ້ອຍຍິງ ອາຍຸ 10 ປີ ຢູ່ປ່າເຂດບ້ານ ນາພູຄຳ ເມືອງ ຊະນະສົມບູນ, ແຂວງ ສະຫວັນນະເຂດ ເມື່ອເດືອນ ເມສາ 2018 ທີ່ຜ່ານມາ.

ຕາມຄຳຖະແຫຼງຂອງຫົວໜ້າອົງການໄອຍະການສານປະຊາຊົນ ແຂວງ ຈຳປາສັກ ຢູ່ຫ້ອງປະຊຸມສານວ່າ:  ຈຳເລີຍມີຊື່ວ່າ ທ້າວ ທູນ ຢູ່ບ້ານ ປົ່ງດົງ, ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ. ໃນວັນເກີດເຫດ (21 ເມສາ 2018) ຄອບຄົວຂອງລາວໄດ້ຈັດງານແຕ່ງດອງໃຫ້ລູກນ້າ ຊື່ ທ້າວ ເຕົ່າ ອາຍຸ 18 ປີ ຢູ່ບ້ານນາພູຄຳ. ພາຍຫຼັງເສັດສີ້ນງານດອງແລ້ວ ໄດ້ພາກັນໄປສົ່ງເຂີຍຢູ່ບ້ານດຽວກັນ, ສ່ວນທ້າວ ທູນ ແມ່ນໄດ້ລໍຖ້າຢູ່ເຮືອນ ເວລາປະມານ 9:00 ໂມງ ໃນຂະນະທີ່ລໍຖ້າຢູ່ນັ້ນ ໄດ້ພາກັນດື່ມເບຍກັບທ້າວ ໄຊ ຈົນຮອດເວລາປະມານ 14:00 ໂມງ ໃນມື້ນັ້ນ, ທ້າວ ໄຊ ໄດ້ບອກໃຫ້ ທ້າວ ທູນ ໄປເອີ້ນ ນາງ ສຳລີ ຄົນບ້ານດຽວກັນມາດື່ມເບຍນຳ. ຈາກນັ້ນ ທ້າວ ທູນຈິ່ງໄດ້ຂັບລົດຈັກເພື່ອໄປຮັບເອົານາງ ສຳລີ. ພໍໄປຮອດປະມານ 500 ແມັດ ທ້າວ ທູນ ຫຼຽວເຫັນ ເດັກນ້ອຍຜູ້ກ່ຽວ ກໍຄື ນາງ ເຫງົ້າ ອາຍຸ 10 ປີ (ຜູ້ເສຍຊີວິດ) ພ້ອມໝູ່ຍິງອີກ 5 ຄົນ. ເມື່ອເຫັນແນວນັ້ນ ຈຳເລີຍຈິ່ງມີຄວາມຄິດຢາກຂົ່ມຂືນ ແລະ ໄດ້ວາງແຜນຕົວະຢົວະນາງ ເຫງົ້າ ວ່າ: ໃຫ້ພາໄປຕົນເອງຫາທ້າວ ສີພູນ ແນ່ເພາະບໍ່ຮູ້ເຮືອນ, ດ້ວຍຄວາມຫວັງດີ ນາງ ເຫງົ້າ (ຜູ້ເສຍຊີວິດ) ຈຶ່ງໄດ້ພາໄປ ໂດຍຂຶ້ນລົດຈັກຊ້ອນທ້າຍໄປນຳ ແຕ່ບໍ່ເຫັນທ້າວ ສີພູນ, ຈາກນັ້ນ ຈິ່ງໄດ້ຂີ່ລົດໄປໃນປ່າເລິກຫ່າງຈາກເຂດບ້ານ 2 ກິໂລແມັດ ຈາກນັ້ນ ຈຳເລີຍກໍຈອດລົດໄວ້ອຸ້ມເອົາ (ຜູ້ເສຍຊີວິດ) ເຂົ້າໄປໃນປ່າປະມານ 12 ແມັດ ແລະ ໄດ້ລົງມືຂົ່ມຂືນ ທຳສຳເລົາ ແຕ່ຜູ້ເສຍຊີວິດບໍ່ຍອມ ພ້ອມຮ້ອງໄຫ້, ຈຳເລີຍຈິ່ງເອົາກຳປັ້ນຕີໃສ່ໜ້າ ແລະ ຕົນຕົວຂອງນາງ ເຫງົ້າ ປະມານ 6 ບາດ ເຮັດໃຫ້ນາງ ເຫງົ້າ ໝົດແຮງຈິ່ງໄດ້ລົງມືຂົ່ມຂືນຈົນສຳເລັດ.

ຈາກນັ້ນ, ທ້າວ ທູນ (ຈຳເລີຍ) ຢ້ານ ນາງ ເຫງົ້າ ໄປບອກພໍ່-ແມ່ ຈິ່ງໄດ້ຕັດສິນໃຈຂ້າ ໂດຍເອົາກຳປັ້ນຕີໃສ່ໜ້າ 9 ບາດ ເຮັດໃຫ້ນາງ ເຫງົ້າ ໝົດສະຕິ ແລະ ໄດ້ຫັກຄໍນາງ ເຫງົ້າຕື່ມ, ເມື່ອເຫັນວ່າເສຍຊີວິດແລ້ວ ທ້າວ ທູນ ຈິ່ງໄດ້ກັບເມືອເຮືອນ ແລ້ວຊວນເມຍໄປບ້ານຂອງຕົນ ທີ່ບ້ານ ປົ່ງດົງ, ເມືອງ ອາດສະພັງທອງ ພ້ອມທັງຕົວະເມຍວ່າ ພີ່ນ້ອງຂອງຕົນເກີດອຸບັດຕິເຫດ ຕໍ່ມາເມື່ອວັນທີ 22 ເມສາ 2018 ທ້າວ ທູນ ກໍ່ຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີ.

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2018 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສານປະຊາຊົນຂັ້ນຕົ້ນ ແຂວງ ຈຳປາສັກ ໄດ້ເປີດພິຈາລະນາຕັດສິນຄະດີ ຜ່ານການໄຕ່ສວນຄະດີໃນບ່ອນປະຊຸມສານ ເຫັນວ່າການກະທຳດັ່ງກ່າວເປັນອັນຕະລາຍຕໍ່ສັງຄົມ, ເປັນການກະທຳຜິດຕໍ່ແມ່ຍິງ ແລະ ເດັກນ້ອຍ ທີ່ບໍ່ຮູ້ດຽງສາຫຍັງ, ເປັນພຶດຕິກຳທີ່ສະເທືອນຂວັນແກ່ປະຊາຊົນ, ພຶດຕິກຳດັ່ງກ່າວເຫັນວ່າເປັນການກະທຳຜິດຕໍ່ກົດໝາຍອາຍາມາດຕາ 128 ວັກ 4.

ດັ່ງນັ້ນ,​ ຄະນະສານອາຍາຂັ້ນຕົ້ນຈື່ງໄດ້ມີຄຳຕັດສິນ ລົງໂທດຕັດອິດສະຫຼະພາບທ້າວ ທູນ (ຈຳເລີຍ) ໂດຍໃຫ້ຈຳຄຸກຕະຫຼອດຊີວິດ ແລະ ປັບໃໝໂດຍການຈ່າຍຄ່າເຮັດບຸນສິນກິນທານໃນຕໍ່ໜ້າເປັນຈຳນວນເງິນ 50.000.000 ກີບ ໃຫ້ຜູ້ປົກຄອງຂອງຜູ້ເສຍຊີວິດ (ໂຈດທາງແພ່ງ).

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...