Homeຂ່າວທ້ອງຖິ່ນມາແລ້ວ! ທາງດ່ວນ ວຽງຈັນ-ວັງວຽງ

ມາແລ້ວ! ທາງດ່ວນ ວຽງຈັນ-ວັງວຽງ

Published on

ໂຄງການກໍ່ສ້າງທາງລົດດ່ວນຈາກນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ, ແຂວງວຽງຈັນ ຈະໄດ້ເລີ່ມລົງມືກໍ່ສ້າງໃນກາງເດືອນພະຈິກ 2018 ນີ້ ແລະ ໂຄງການດັ່ງກ່າວໄດ້ທົດແທນເປັນຈຳນວນມູນຄ່າໃຫ້ແຕ່ລະປະຊາຊົນຜູ້ຖືກຜົນກະທົບພາຍໃນເມືອງໂພນໂຮງ, ແຂວງວຽງຈັນ ເປັນຈຳນວນ 80 ຄອບຄົວໃນ 13 ບ້ານ ລວມມູນຄ່າກວ່າ 11 ຕື້ກີບ(ສຳລັບງວດທຳອິດ).

ລາຍລະອຽດຂອງແຜນການໂດຍລວມມີດັ່ງນີ້:

1 ທາງດ່ວນວຽງຈັນ-ວັງວຽງ ຖືກອອກແບບໃຫ້ມີຄວາມກວ້າງຂອງເສັ້ນທາງ 23 ແມັດ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ມີອຸມຸງ 1 ແຫ່ງ (ເຂດພູພະນັງ), ມີຂົວຂ້າມທາງທັງໝົດ 31 ແຫ່ງ ໃນນີ້ມີຂົວຂ້າມທາງ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ, ລວມມູນຄ່າການກໍ່ສ້າງກວ່າ 1 ຕື້ໂດລາສະຫະລັດ.

ທາງດ້ານປະທານບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມລາວຈຳກັດໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງ-ວັງວຽງ ແມ່ນມີຄວາມຍາວທັງໝົດ 109,12 ກິໂລແມັດ. ໃນນັ້ນໄດ້ຜ່ານເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ເມືອງໂພນໂຮງ, ເມືອງ ຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ. ໂຄງການດັ່ງກ່າວແມ່ນໄດ້ສົ່ງຜົນກະທົບຕໍ່ເນື້ອທີ່ດິນຕ່າງໆຂອງປະຊາຊົນຫລາຍຮ້ອຍຄອບຄົວ, ແຕ່ແນວໃດກໍຕາມ ທາງດ້ານປະຊາຊົນກໍໄດ້ໃຫ້ຄວາມຮ່ວມມື ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາສໍາລັບໂຄງການດັ່ງກ່າວຢ່າງຕັ້ງໜ້າ ເພາະເຂົ້າໃຈຕໍ່ການສ້າງສາພັດທະນາພື້ນຖານໂຄງລ່າງຂອງຊາດ ແລະ ເຫັນດີນຳບໍລິສັດ, ຄະນະກຳມະການໄກເກ່ຍສິ່ງຂີດຂວາງ ແລະ ຄົ້ນຄວ້າການກຳນົດຄ່າຊົດເຊີຍ.
ມາຮອດປັດຈຸບັນນີ້ ໄດ້ທົດແທນໃຫ້ແກ່ປະຊາຊົນເມືອງໂພນໂຮງໄປແລ້ວ 80 ຄອບຄົວຂອງ 13 ບ້ານ ລວມມູນຄ່າກວ່າ 11 ຕື້ກີບ. ພ້ອມນີ້ໃນຊຸດຕໍ່ໄປ ຈະສືບຕໍ່ທົດແທນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບພາຍໃນເມືອງຫີນເຫີບ ແລະ ເມືອງວັງວຽງ. ຫລັງຈາກນັ້ນ ແມ່ນສຳລັບປະຊາຊົນເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໂດຍໃຫ້ໄວທີ່ສຸດພາຍໃນເດືອນຕຸລາ 2018 ທີ່ຈະມາເຖິງນີ້.
ຕໍ່ກັບໂຄງການດັ່ງກ່າວແມ່ນຈະໄດ້ລົງມືກໍ່ສ້າງພາຍໃນກາງເດືອນພະຈິກ 2018 ນີ້ ໂດຍຈະເລີ່ມກໍ່ສ້າງບັນດາຂົວ ແລະ ເຈາະອຸມຸງກ່ອນ. ການກໍ່ສ້າງທາງດ່ວນແຕ່ ນະຄອນຫລວງວຽງຈັນ-ເມືອງວັງວຽງ ຄາດການວ່າຈະສຳເລັດກ່ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນປີ 2020.

ເພື່ອກະຕຸກຊຸກຍູ້ເສດຖະກິດ-ສັງຄົມຂອງຊາດໃຫ້ມີການ ຂະຫຍາຍຕົວຂຶ້ນເປັນກ້າວໆ ຈື່ງຮຽກຮ້ອງມາຍັງປະຊາຊົນຈົ່ງໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກ ໃຫ້ແກ່ການກໍ່ສ້າງທາງດ່ວນໃຫ້ສຳເລັດໂດຍໄວດ້ວຍ.

 

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂ່າວ ແລະ ຮູບພາບ:Sourioudong Sundara

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...