spot_img
Homeຂ່າວຕ່າງປະເທດຮອງຜູ້ນຳຍິງຫວຽດນາມຂຶ້ນເປັນຜູ້ຮັກສາການປະທານປະເທດ

ຮອງຜູ້ນຳຍິງຫວຽດນາມຂຶ້ນເປັນຜູ້ຮັກສາການປະທານປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອວັນທີ 24 ກັນຍາ 2018 ວ່າ ສະພາແຫ່ງຊາດຂອງຫວຽດນາມ ອອກຖະແຫຼງຂ່າວເມື່ອວັນອາທິດທີ່ຜ່ານມາ ແຕ່ງຕັ້ງທ່ານນາງ ດັ່ງ ຖິ ຫງັອກ ຖິງ ຮອງປະທານປະເທດໃຫ້ປະຕິບັດໜ້າທີ່ຮັກສາການໃນຕຳແໜ່ງປະທານປະເທດ ຂອງຫວຽດນາມຢ່າງເປັນທາງການ ຈົນກວ່າຈະມີມະຕິແຕ່ງຕັ້ງຜູ້ດຳລົງຕຳແໜ່ງປະທານປະເທດຄົນໃໝ່ ໂດຍການປະຊຸມຄັ້ງຕໍ່ໄປຂອງສະພາແຫ່ງຊາດຫວຽດນາມ ຈະມີຂຶ້ນໃນວັນທີ 22 ຕຸລາ 2018 ນີ້.

ທັງນີ້, ຕາມລັດຖະທຳມະນູນຂອງຫວຽດນາມແລ້ວຖືວ່າ ທ່ານນາງ ຖິງ ດຳລົງຕຳແໜ່ງດັ່ງກ່າວຕັ້ງແຕ່ວັນສຸກທີ່ຜ່ານມາ ເຊິ່ງເປັນວັນດຽວກັບປະທານປະເທດ ເຈິ່ນ ດ້າຍ ກວາງ ເຖິງແກ່ມໍລະນະກຳ ໂດຍທ່ານນາງ ຖິງ ໄວອາຍຸ 59 ປີ ສ້າງປະຫວັດສາດເປັນນັກການເມືອງຄົນທຳອິດຂອງຫວຽດນາມທີ່ຂຶ້ນຮັກສາການໃນຕຳແໜ່ງປະທານປະເທດ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: dailynews.co.th
ຮູບປະກອບ: e.vnexpress.ne

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...