spot_img
Homeຂ່າວເຫດການເລັ່ງຄຸ້ມຄອງການເຄື່ອນໄຫວບໍລິການບັນເທີງໃຫ້ເຂົ້າສູ່ລະບຽບ

ເລັ່ງຄຸ້ມຄອງການເຄື່ອນໄຫວບໍລິການບັນເທີງໃຫ້ເຂົ້າສູ່ລະບຽບ

Published on

 

ເພື່ອ​ເປັນ​ການ​ຄຸ້ມ​ຄອງ​ການເຄື່ອນ​ໄຫວ ​ການ​ບໍລິການ​ບັນເທີງຢູ່​ນະຄອນຫຼວງ​ວຽງ​ຈັນ ໃຫ້​ມີຄວາມ​ເປັນ​ລະບຽບ​ຮຽບ

​ຮ້ອຍ ທັງ​ເປັນ​ການ​ສະກັດ​ກັ້ນ ແລະ ແກ້ໄຂ​ປາກົດການ​ຫຍໍ້ທໍ້​ໃຫ້​ຫຼຸດ​ລົງເທື່ອ​ລະ​ກ້າວ ທ້າຍ​ອາທິດ​ທີ່​ຜ່ານມາ ​ຢູ່​ພະ​ແນກ​

ຖະແຫຼງ​ຂ່າວວັດທະນະ​ທຳ ແລະ ທ່ອງ​ທ່ຽວ ນະຄອນຫລວງວຽງຈັນ ຈຶ່ງ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ຄືນ ​ການຈັດ

ຕັ້ງ​ປະຕິບັດ​ວຽກງານ​ຄຸ້ມ​ຄອງ​ການເຄື່ອນໄຫວ ກວດກາ​ການ​ບໍລິການ​ບັນເທີງ ປະຈຳ​ເດືອນ 7-8-9 2014 ຂຶ້ນ ໂດຍ​ເປັນ

​ປະທານ​ຂອງ​ທ່ານ​ ນາງ ວັນເພັງ ແກ້ວ​ນະຄອນ ຫົວໜ້າພະ​ແນກ ຖວ​​ທ ນວ ມີ​ຫ້ອງການຖະແຫຼງ​ຂ່າວ ວັດທະນະທຳ

ແລະ ທ່ອງ​ທ່ຽວ​ເມືອງ ຜູ້​ປະກອບ​ການທຸລະ​ກິດ​ບັນເທີງ​ເຂົ້າ​ຮ່ວມ.

 

ທ່ານ ພອນ​ຈັນ ແພງ​ພູ​ວັນ ຫົວໜ້າ​ຂະແໜງ​ວັດທະນະທຳ ພະ​ແນກ ຖວ​​ທ ນວ ໄດ້​ກ່າວ​ວ່າ: ປັດຈຸບັນ ນວ ມີ​ຮ້ານ​ບໍລິ

ການ​ບັນເທີງ 80 ຮ້ານ ເພີ່ມ​ຂຶ້ນ 11 ຮ້ານ ຜ່ານ​ການຈັດຕັ້ງ​ເຄື່ອນ​ໄຫວ​ວຽກງານ​ຕົວ​ຈິງ​ ຂອງ​ຄະນະ​ກຳ​ມະການ​ກວດກາ

​ພະ​ແນກ ຖວ​​ທ ນະຄອນຫລວງວຽງຈັນ ເຫັນ​ວ່າ​ຜູ້​ປະກອບ​ການ​ທຸລະ​ກິດ​ບັນເທີງ​ ໄດ້​ມີ​ຄວາມ​ຕື່ນ​ຕົວທາງ​ດ້ານ​ການ

ເມືອງ ມີ​ຄວາມຕັດສິນ​ໃຈ ແລະ ເປັນ​ເຈົ້າ​ການໃນ​ການ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ ມະຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງຢ່າງ​ເຂັ້ມ​

ງວດ ໄດ້​ປະກອບສ່ວນພັນທະ​ອາກອນ ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ ຊຸກຍູ້ຊ່ວຍເຫຼືອ​ສັງຄົມ ແລະ ເປັນ​

ຕົວແທນ​ໃຫ້​ແກ່​ພາກ​ລັດ ​ໃນ​ການໂຄສະນາ​ເຜີຍແຜ່​ມູນເຊື້ອ​ວັດ​ທະນະ​ທຳ​ອັນ​ດີງາມ​ຂອງ​ຊາດ ຕໍ່ແຂກ​ຄົນ​ພາຍ​ໃນ

ແລະ ຕ່າງ​ປະເທດ​ໄດ້​ເປັນ​ຢ່າງ​ດີ ແຕ່​ຄຽງ​ຄູ່​ກັບຈຸດ​ດີ ​ກໍ່​ຍັງ​ມີ​ຂໍ້ຄົງຄ້າງ ​ເປັນຕົ້ນ ການ​ບໍລິການ​ບັນເທີງ​ ຍັງ​ເປັນສາເຫດ

​ໜຶ່ງ​ທີ່​ພາໃຫ້​ເກີດ​ປາກົດການ​ຫຍໍ້ທໍ້ ສ້າງ​ຄວາມ​ສັບສົນຫຍຸ້ງຍາກ​ໃຫ້​ພັກ-ລັດ ແລະ ສ້າງຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ

ໃຫ້​ແກ່​ສັງຄົມ ໂດຍ​ສະເພາະແມ່ນ​ຮ້ານ​ບັນເທີງ​ຈຳນວນ​ໜຶ່ງ ປິດ​ກາຍ​ໂມງ ເປັນ​ບ່ອນ​ມົ້ວ​ສຸມຂອງ​ສາວ​ບໍລິການ ຈອດ

​ລົດ​ຊະຊາຍ ແລະ ອື່ນໆ.

 

ສຳລັບ​ການ​ແກ້​ໄຂ​ບັນຫາ​ນີ້ ໃນ​ໄລຍະ​ຜ່ານ​ມາ​ ແມ່ນ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ​ຕິດຕາມ​ກວດ

ກາ​ຢ່າງ​ໃກ້ຊິດ ແລະ ໃຫ້​ຄຳ​ຕຳ​ນິ​ສົ່ງ​ຂ່າວ ເມື່ອ​ເຫັນ​ວ່າ​ມີ​ປາກົດການ​ບໍ່ເໝາະ​ສົມ​ເກີດ​ຂຶ້ນ ພ້ອມ​ທັງ​ໄດ້ໃຊ້​ມາດ​ຕະການ​

ເດັດຂາດ​ຕາມລະບຽບ​ກົດໝາຍ ຕິດ​ຕັ້ງ​ປ້າຍ 5 ຂໍ້​ຫ້າມ​ຕາມ​ສະຖານ​ບັນເທີງ​ໄດ້ 23 ຮ້ານ ຕິດຕາມ​ການ​ປະຕິບັດໂມງ

​ເວລາ​ຢ່າງ​ເຂັ້ມ​ງວດ ​ໃນ​ໄລຍະ​ກອງ​ປະຊຸມ AIPA ຈາກ​ນັ້ນ ເລີ່ມ​ແຕ່​ເດືອນ​ຕຸລາ-ທັນວາ 2014 ຂະແໜງ​ວັດທະນະທຳ

​ ໄດ້ມີ​ແຜນ​ເກັບ​ກຳ​ບັນຊີ​ຫົວໜ່ວຍ​ທຸລະ​ກິດ​ບັນເທີງ​ຢູ່ ນວ ເພື່ອ​ກວດກາ​ຄືນດ້ານ​ມາດຕະຖານ​ເພື່ອ ຈັດ​ລະດັບ​ຂັ້ນ

ແລະ ເປັນ​ບ່ອນ​ອີງໃຫ້​ແກ່​ການ​ພິຈາລະນາ​ອະນຸມັດໃນ​ປີ​ຕໍ່​ໄປ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)