Homeຂ່າວທ້ອງຖິ່ນປກສ ສຶກສາອົບຮົມ ບຸກຄົນທີ່ພາດພິງຄົນອື່ນຜ່ານສື່ອອນລາຍ

ປກສ ສຶກສາອົບຮົມ ບຸກຄົນທີ່ພາດພິງຄົນອື່ນຜ່ານສື່ອອນລາຍ

Published on

ອາດເວົ້າໄດ້ເລີຍວ່າ ຕອນນີ້ ເຕັກໂນໂລຢີ ກາຍມາເປັນສ່ວນໜຶ່ງໃນຊີວິດປະຈໍາວັນຂອງເຮົາ ແລະ ບົດບາດຫຼາຍໃນການຕິດຕໍ່ສື່ສານ ແຕ່ຖ້າຫາກນຳໃຊ້ເກີນຂີດຈຳກັດ ກໍອາດຈະສ້າງຜົນສະທ້ອນດ້ານລົບແກ່ຜູ້ໃຊ້ ແລະ ບຸກຄົນອື່ນໄດ້. ໂດຍສະເພາະສື່ສັງຄົມອອນລາຍ Facebook ທີ່ກຳລັງໄດ້ຮັບຄວາມນິຍົມຫຼາຍໃນທົ່ວໂລກ ແລະ ລາວເຮົາ, ຜູ້ຊົມໃຊ້ສ່ວນຫຼາຍໃຊ້ພື້ນທີ່ທາງອອນໄລນ໌ຂອງຕົນໃນການໂພສຮູບພາບ ແລະ ຂໍ້ຄວາມ, ບາງຄັ້ງກໍເກີນຄວາມເໝາະສົມ ນຳໃຊ້ຮູບຄົນອື່ນ ຫຼື ພາດພິງຂຽນຂໍ້ຄວາມທີ່ບໍ່ມີມູນຄວາມຈິງ ລົງໃນສື່ສັງຄົມອອນລາຍ ເຮັດໃຫ້ບຸກຄົນອື່ນໄດ້ຮັບຄວາມເສຍຫາຍ.

ດັ່ງເຫດການໃນທ້າຍເດືອນ ສິງຫາ ທີ່ຜ່ານມາ, ເຈົ້າຫນ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄຳມ່ວນ ໄດ້ຕິດຕາມຕົວ ນາງ ແມັກກີ້ ທີ່ອາໄສຢູ່ເມືອງໄກສອນພົມວີຫານ, ແຂວງສະຫວັນນະເຂດ ເຊິ່ງໄດ້ກະທຳການຕັ້ງຊື່ບັນຊີເຟສບຸກປອມຂື້ນມາ ສົ່ງຜົນເສຍຫາຍເຖີງ ນາງ ນັນທິດາ ຢູ່ບ້ານໂພນສະອາດ, ເມືອງທ່າແຂກ, ແຂວງຄຳມ່ວນ.

ຕາມການລາຍງານຂອງເຈົ້າໜ້າທີ່ໄດ້ຢັ້ງຢຶນວ່າ ນາງ ແມັກກີ້ ໄດ້ສາລະພາບຕໍ່ວ່າ ເປັນຄົນສ້າງເຟສບຸກປອມຂື້ນມາແທ້ ຍ້ອນຄວາມເຂົ້າໃຈຜິດ ຄິດວ່າ ນາງ ນັນທິດາ ເປັນຊູ້ກັບຜົວຂອງຕົນເອງ, ເນື່ອງຈາກຕົນໄດ້ກວດເບີ່ງໂທລະສັບຂອງຜົວ ແລ້ວເຫັນວ່າທັງສອງໄດ້ສົ່ງຂໍ້ຄວາມພົວພັນກັນ. ດ້ວຍຄວາມບໍ່ພໍໃຈ ຈື່ງໄດ້ມີການສົ່ງຂໍ້ຄວາມຕໍ່ວ່າກັນທາງເຟສບຸກຫລາຍຄັ້ງ ແລະ ເກີດມີການຜິດຖຽງກັນ. ຈາກນັ້ນ ຈື່ງໄດ້ສ້າງເຟສບຸກປອມຂື້ນມາ ພ້ອມທັງໃສ່ຊື່ ແລະ ເອົາຮູບພາບຂອງ ນາງ ນັນທິດາໃສ່ ແລະ ຂຽນຂໍ້ຄວາມໃນຮູບແບບໃສ່ຮ້າຍປ້າຍສີ ໂດຍບໍ່ມີມູນຄວາມຈິງ ຕົວຢ່າງວ່າ: ບໍ່ໄດ້ໃຈງ່າຍ ແຕ່ໃຈມັກມ່ວນ ໃຜຊວນກໍ່ໄປ ຄ່າຕົວບໍ່ແພງ ທັກມາໄດ້ ແລະ ບັນດາຂໍ້ຄວາມອື່ນໆ ໃນທາງທີ່ບໍ່ດີ ແລ້ວກໍໂພສລົງເຟສບຸກດັ່ງກ່າວ ເປັນຈຳນວນຫຼາຍຄັ້ງ, ເພື່ອໃຫ້ນາງ ນັນທິດາ ເຊື່ອມເສຍກຽດສັກສີ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ນຳຕົວ ນາງແມັກກີ້ ໄປສຶກສາອົບຮົມກ່າວເຕືອນບໍ່ໃຫ້ໄປກະທຳອີກ ພ້ອມທັງເຮັດບົດບັນທຶກ ກ່ອນມອບໃຫ້ຜູ້ປົກຄອງຮັບເອົາໄປສຶກສາອົບຮົມຕໍ່ໄປ. ນາງແມັກກີ້ ໄດ້ກ່າວຂໍໂທດນຳ ນາງ ນັນທິດາ ແລະ ຄອບຄົວຜູ້ເສຍຫາຍ ລວມທັງຜູ້ທີ່ຕິດຕາມເຟສບຸກປອມດັ່ງກ່າວ.

ນີ້ສະທ້ອນໃຫ້ເຫັນວ່າ ການທີ່ຕິດຕາມຄົນໃດຫນື່ງ ຫຼື ຂ່າວໃດໜຶ່ງໃນໂລກອອນໄລນ໌ແມ່ນ ຄວນໃຊ້ວິຈາລະນະຍານໃນການອ່ານ ແລະ ມີສະຕິລະວັງຕົວໃນການໂພສ, ບໍ່ຄວນແຊຣ໌ຮູບ ຫຼື ຂໍ້ຄວາມໃດໜຶ່ງທີ່ບໍ່ມີມູນຄວາມຈິງ ສະແດງໃຫ້ເຫັນເຖີງການລະເມີດສິດທິສ່ວນຕົວ ແລະ ຄວາມເສຍທາງດ້ານຈິດໃຈ, ທີ່ໜັກໄປກວ່ານັ້ນ ໃນກໍລະນີຫາກຜູ້ເສຍຫາຍບໍ່ຍອມຄວາມແມ່ນອາດຈະນຳໄປສູ່ການດຳເນີນຄະດີທາງອາຍາໄດ້.

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫລ່ງຂ່າວ: ຫນັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...