ພາສາອັງກິດຖືວ່າເປັນພາສາທີ່ປະຊາກອນໃນໂລກໃຊ້ເປັນພາສາສາກົນໃນການສື່ສານ ບໍ່ວ່າຈະເປັນໃນການປະຊຸມ, ການເຈລະຈາທຸລະກິດ, ການທ່ອງທ່ຽວ ລ້ວນແຕ່ໃຊ້ພາສາອັງກິດໃນການສື່ສານທັງນັ້ນ. ພາສາອັງກິດເປັນພາສາທີ່ມີປະຫວັດອັນຍາວນານ ແລະ ມີຫຼັກການໃນການໃຊ້ໄວຍາກອນທີ່ເປັນເອກະລັກຂອງຕົນເອງ ເຊັ່ນກັບພາສາອື່ນໆໃນໂລກ. ບາງຄົນກໍບອກວ່າ ຮຽນພາສາອັງກິດໄປ ເວົ້າໃຫ້ເຂົ້າໃຈກໍພໍແລ້ວ, ແຕ່ຈະດີກວ່າບໍ່ຖ້າເຮົາເວົ້າ ແລະ ຂຽນໃຫ້ຖືກຕ້ອງຕາມຫຼັກໄວຍາກອນຂອງພາສານັ້ນນຳພ້ອມ. ຫຼັກການນຳໃຊ້ໄວຍາກອນອັນຖືກຕ້ອງທີ່ບໍ່ຄວນຖືເບົາ ຖ້າຫາກບໍ່ຄຳນືງເຖິງແນ່ນອນວ່າມັນຈະເປັນບັນຫາສະທ້ອນອັນໃຫຍ່ຫຼວງຕາມມາແນ່ນອນ.
ຍົກຕົວຢ່າງເຊັ່ນເຫດການທີ່ຫາກໍເປັນກະແສວິພາກວິຈານມາເມື່ອບໍ່ດົນມານີ້ ຄືການໃຊ້ພາສາອັງກິດທີ່ບໍ່ຖືກຕ້ອງໃນເວທີການປະກວດ Miss Laos World ເວທີປະກວດທີ່ຈະສົ່ງສາວງາມໄປເຂົ້າຮ່ວມເວທີສາກົນຢູ່ຕ່າງປະເທດ.

ຄວາມຜິດພາດທີ່ເຫັນໄດ້ຊັດເຈນຄືຊື່ທີ່ໃຊ້ຢູ່ເທິງເວທີແມ່ນ “MISS WORLD LAOS” ແຕ່ໃນຜ້າບ່ຽງ ແມ່ນໃຊ້ຄຳວ່າ “MISS LAOS WORLD” ຈິ່ງພາໃຫ້ເກີດມີຄວາມສັບສົນວ່າຄວາມຈິງແລ້ວແມ່ນໃຫ້ນຳໃຊ້ຢ່າງໃດແທ້?. ນອກຈາກນີ້ຍັງມີຄຳວ່າ ອັນດັບທີສາມ (THIRD) ເວລາຂຽນເປັນຕົວເລກຄວນໃຊ້ 3rd, ແຕ່ໃນແພບ່ຽງແມ່ນນຳໃຊ້ 3TH ແລະ ລາງວັນຂວັນໃຈຊ່າງພາບ ເຊິ່ງໃນພາສາອັງກິດແມ່ນ (Photogenic) ແຕ່ໃນແພບ່ຽງແມ່ນຂາດຕົວ O ຈຶ່ງເປັນ Photgenic ແທນ ເຊີ່ງນີ້ແມ່ນສະກົດບໍ່ຖືກຕ້ອງ ແລະ ບໍ່ມີຄວາມໝາຍໃນພາສາອັງກິດ.
ຄວາມຜິດພາດໃນການໃຊ້ພາສາອັງກິດໃນເວທີນີ້ອາດຈະບໍ່ແມ່ນຄັ້ງທໍາອິດທີ່ຄົນລາວເຮົາໃຊ້ພາສາອັງກິດຜິດ, ແຕ່ເນື່ອງຈາກເຫດນີ້ເກີດຂຶ້ນໃນເວທີລະດັບໍາດທີ່ຈະສົ່ງຕົວແທນຈາກລາວໄປປະກວດໃນເວທີລະດັບສາກົນ ເຊິ່ງຈະຕ້ອງໃຊ້ພາສາອັງກິດເປັນຫຼັກໃນການສື່ສານ ແລະ ເນື່ອງຈາກວ່າປະຈຸບັນ ປະຊາຊົນສາມາດເຂົ້າເຖິງເຕັກໂນໂລຢີໄດ້ງ່າຍຂຶ້ນ ແລະ ສາມາດສະແດງຄວາມຄິດເຫັນຂອງຕົນເອງໄດ້ຫຼາຍຂຶ້ນ ເຮັດໃຫ້ເຫດການຄັ້ງນີ້ໄດ້ຮັບສຽງວິພາກວິຈານຫຼາຍໃນສັງຄົມ.
ສາເຫດທີ່ເກີດຄວາມຜິດພາດນີ້ຂຶ້ນອາດຈະແມ່ນຍ້ອນເວລາທີ່ມີຈໍາກັດ ຫຼື ການສື່ສານທີ່ຜິດພາດ ຫຼື ການທີ່ບໍ່ໄດ້ໃຫ້ເຈົ້າຂອງພາສາກວດກ່ອນ ຫຼື ເຫດຜົນໃດກໍຕາມແຕ່, ແຕ່ຖ້າຫາກຄິດໃນອີກແງ່ໜຶ່ງ ເຫດການນີ້ຈະຊ່ວຍເປັນບົດຮຽນໃຫ້ຄົນລາວເຮົາເອົາໃຈໃສ່ໃນການໃຊ້ພາສາອັງກິດໃຫ້ຖືກຫຼັກໄວຍາກອນ ແລະ ການສະກົດຄໍາທີ່ຖືກຕ້ອງຫຼາຍຂຶ້ນ. ເພາະຄົນສ່ວນຫຼາຍບໍ່ຄ່ອຍຈັບຖືກ ແຕ່ມັກຈະຈັບຜິດຫຼາຍກວ່າ, ຄົນລາວເຮົາສ່ວນໃຫຍ່ບໍ່ຄ່ອຍກ້າສະແດງອອກຢູ່ແລ້ວ ແລະ ແອັດມິນບໍ່ຢາກໃຫ້ເຫດການຄັ້ງນີ້ຫຼຸດຄວາມໝັ້ນໃຈໃນການສື່ສານພາສາອັງກິດກັບຄົນຕ່າງຊາດ ແລະ ແມ່ນແຕ່ຄົນພາຍໃນຊາດເອງ. ຈົ່ງຮຽນຮູ້ຈາກຄວາມຜິດພາດໃນຄັ້ງນີ້ ແລ້ວຝຶກຝົນຕົນເອງ ເພາະຄົນທີ່ສະຫຼາດທີ່ສຸດ ຄືຄົນທີ່ຮຽນຮູ້ຈາກຄວາມຜິດພາດຂອງຕົນເອງແລ້ວແກ້ໄຂ ບໍ່ແມ່ນຄົນທີ່ວິພາກວິຈານຄົນອື່ນໄດ້ ແຕ່ຕົນເອງແມ່ນເຮັດຫຍັງບໍ່ເປັນ.



