spot_img
Homeຂ່າວຕ່າງປະເທດສວນສະໜຸກຈີນ ເປີດທາງຍ່າງພິເສດສຳລັບຜູ້ມັກແຊັດ ແຫ່ງທຳອິດຂອງປະເທດ

ສວນສະໜຸກຈີນ ເປີດທາງຍ່າງພິເສດສຳລັບຜູ້ມັກແຊັດ ແຫ່ງທຳອິດຂອງປະເທດ

Published on

 

ສວນສະໜຸກໃນນະຄອນສົງຊິ່ງ ໄດ້ເປີດທາງຍ່າງສະເພາະສຳລັບຜູ້ຍ່າງແຊັດໂທລະສັບມືຖື ເປັນແຫ່ງທຳອິດຂອງປະເທດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກັນຍາ 2014 ນີ້ວ່າ ສວນສະໜຸກ ” ຢາງເຫລິນ ເຈ໋ຍ ” ໃນນະຄອນສົງຊິ່ງ

ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ໄດ້ທົດລອງເປີດໃຊ້ງານທາງຍ່າງພິເສດ ສຳລັບຜູ້ທີ່ມັກຍ່າງໄປພ້ອມ ແລະ

ໃຊ້ງານໂທລະສັບມືຖືໄປນຳ ຫລັງຈາກທີ່ການຍ່າງ ແລະ ແຊັດ ໄດ້ກາຍເປັນເລື່ອງປົກກະຕິຫລາຍຂຶ້ນ ໃນເມືອງແຫ່ງນີ້.

 

ທາງຍ່າງພິເສດເສັ້ນດັ່ງກ່າວນີ້ ມີຄວາມຍາວ 50 ແມັດ ໂດຍມີສັນຍາລັກ ແລະ ຂໍ້ຄວາມຂະໜາດໃຫຍ່ ທັງພາສາຈີນ

ແລະ ພາສາອັງກິດ ໂດຍໄດ້ລະບຸວ່າ ” ໃຊ້ໂທລະສັບມືຖື ຍ່າງເທິງທາງຍ່າງນີ້ ໂດຍຮັບຜິດຊອບໄພທີ່ອາດຕາມມາເອງ ”

ໃນຂະນະທີ່ຢູ່ຂ້າງທາງຍ່າງພິເສດນີ້ ກໍໄດ້ມີທາງຍ່າງປົກກະຕິ ທີ່ຫ້າມບໍ່ໃຫ້ໃຊ້ງານໂທລະສັບມືຖືໃນຂະນະຍ່າງອີກດ້ວຍ.

 

ນອກຈາກນີ້ ຍັງມີປ້າຍລະບຸອີກວ່າ ” ທາງຍ່າງສຳລັບຜູ້ໃຊ້ງານໂທລະສັບມືຖືແຫ່ງທຳອິດໃນຈີນ ” ໂດຍມີພາບສະແດງ

ວິທີການໃຊ້ທາງຍ່າງດັ່ງກ່າວ ຕິດກຳກັບຢູ່ນຳ.

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...