Homeຂ່າວຕ່າງປະເທດມາເລເຊຍປັບຂຶ້ນຄ່າແຮງງຂັ້ນຕໍ່າທົ່ວປະເທດ ເລີ່ມປະຕິບັດຕົ້ນປີ 2019

ມາເລເຊຍປັບຂຶ້ນຄ່າແຮງງຂັ້ນຕໍ່າທົ່ວປະເທດ ເລີ່ມປະຕິບັດຕົ້ນປີ 2019

Published on

ລັດຖະບານມາເລເຊຍປະກາດປັບຂຶ້ນຄ່າແຮງຂັ້ນຕໍ່າທົ່ວປະເທດເປັນ 1,050 ຣິງກິດ (ປະມານ 253 ໂດລາ ຫຼື 2,150,000 ກີບ) ແລະ ມີຜົນບັງຄັບໃຊ້ໃນປີ 2019.

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານມາເລເຊຍປະກາດປັບຄ່າແຮງຂັ້ນຕໍ່າຂຶ້ນເປັນ 1,050 ຣິງກິດ ຕໍ່ເດືອນ ຫຼື ປະມານ 5.05 ຣິງກິດຕໍ່ຊົ່ວໂມງ.​ ນະໂຍບາຍນີ້ຖືກສະເໜີໂດຍຄະນະກຳມະການທີ່ປຶກສາຄ່າແຮງງານແຫ່ງຊາດ. ລັດຖະບານໄດ້ເຫັນດີປັບເພີ່ມຄ່າແຮງຂັ້ນຕໍ່າ ເພີ່ມອີກ 50 ຣິງກິດ. ຄ່າແຮງຂັ້ນຕໍ່າໃນປະຈຸບັນຂອງມາເລເຊຍແມ່ນ 1,000 ຣິງກິດ (ປະມານ 241 ໂດລາ ຫຼື 2,047,000 ກີບ) ຕໍ່ເດືອນ ແລະ ໃນສະເພາະລັດຊາບາ, ຊາຣາວັກ ແລະ ລາບວນ ຄ່າແຮງຂັ້ນຕໍ່າແມ່ນ 920 ຣິງກິດ.

ເຖິງຢ່າງໃດກໍຕາມ, ທາງລັດຖະບານບໍ່ສາມາດໃຫ້ເງິນສົມທົບ ຫຼື ອຸດໜູນແກ່ບັນດານາຍຈ້າງໄດ້ ເນື່ອງຈາກມາເລເຊຍຍັງມີຂໍ້ຈໍາກັດທາງດ້ານການເງິນຢູ່. ການເພີ່ມຄ່າແຮງຂັ້ນຕໍ່າແມ່ນເປັນໄປຕາມສະຖານະການທາງດ້ານເສດຖະກິດໃນປະຈຸບັນຂອງປະເທດ.

ຖະແຫຼງການລະບຸຕື່ມວ່າ ການເພີ່ມເງິນເດືອນຂຶ້ນສູງຫຼາຍຈະສ້າງບັນຫາຕໍ່ອຸດສາຫະກຳ ແລະ ອາດຈະເຮັດໃຫ້ຄວາມສາມາດໃນການແຂ່ງຂັນຂອງປະເທດຫຼຸດລົງ. ສະນັ້ນ, ການປັບເງິນເດືອນຂັ້ນຕໍ່າຂຶ້ນເທື່ອລະນ້ອຍ ຈະຊ່ວຍໃຫ້ບັນດາເຈົ້າຂອງທຸລະກິດສາມາດປັບຕົວໄດ້ ແລະ ຊ່ວຍບໍ່ໃຫ້ບັນດາທຸລະກິດປິດຕົວລົງ ເນື່ອງຈາກຕົ້ນທຶນ ແລະ ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ເຊິ່ງອາດສົ່ງຜົນໃຫ້ມີການປົດພະນັກງານອອກ.

ຖະແຫຼງການຍັງໄດ້ລະບຸຕື່ມວ່າ: ນາຍຈ້າງ ແລະ ຜູ້ຄ້າຂາຍໄດ້ຖືກຮຽກຮ້ອງບໍ່ໃຫ້ຂຶ້ນລາຄາສິນຄ້າ ແລະ ບໍລິການ, ເຊິ່ງໃນເລື່ອງນີ້ ກະຊວງການຄ້າພາຍໃນ ແລະ ຄຸ້ມຄອງຜູ້ບໍລິໂພກ ໄດ້ຖືກມອບໝາຍໃຫ້ຄວບຄຸມລາຄາຂອງສິນຄ້າຕ່າງໆ.

ແຫຼ່ງຂ່າວ: ເວັບໄຊ້ຂ່າວ New Straits Times

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...