Homeຂ່າວພາຍ​ໃນສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່

ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່

Published on

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໃນນາມປະທານຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ພ້ອມດ້ວຍຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ຮ່ວມກັບຄູ່ຮ່ວມງານໂຄງການຮ່ວມມືເຢຍລະມັນການປົກປັກຮັກສາ ແລະ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (PROFEB) ໄດ້ຈັດພິທີສະຫຼຸບລາຍງານຜົນສຳເລັດເບື້ອງຕົ້ນຂະບວນການນໍາສົ່ງເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນເຂົ້າເປັນມໍລະດົກໂລກທາງທຳມະຊາດ, ໂດຍການເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໃນນາມຜູ້ປະຈຳການ ຂອງຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ; ທ່ານ ວັນໄຊ ພອງສະຫວັນເຈົ້າແຂວງຄຳມ່ວນໃນນາມເປັນເຈົ້າຂອງທີ່ຕັ້ງແຫຼ່ງມໍລະດົກໂລກທາງທຳມະຊາດ; ທ່ານນາງ ເອັນເນັດເຕ ຄະນົບບລັອກ (Annette Knobloch)ເອກອັກຄະລັດຖະທູດແຫ່ງສະຫະພັນເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 13 คน และ ข้อความ

ທ່ານ ວັນສີ ກົວມົວ ໄດ້ລາຍງານໂດຍຫຍໍ້ເຖິງຜົນສຳເລັດເບື້ອງຕົ້ນຂອງຂະບວນການນຳສົ່ງເອກະສານຄຳຮ້ອງໃຫ້ຮູ້ວ່າ: ເອກະສານຄຳຮ້ອງແມ່ນໄດ້ສຳເລັດສົມບູນ ແລະ ໄດ້ນຳສົ່ງເຖິງສູນມໍລະດົກໂລກອົງການອຸຍແນັສໂກ ພ້ອມດ້ວຍຈົດໝາຍສະໜັບສະໜູນເອກະສານຄຳຮ້ອງດັ່ງກ່າວຂອງ ສປປ ລາວ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความพูดว่า "พงงขายา 08 ผิดระพา 202 succession of submission proces Phong 8 Ma"

ມາເຖິງວັນທີ 1 ມີນາ 2024 ສູນມໍລະດົກໂລກອົງການອຸຍແນັສໂກ ກໍໄດ້ສົ່ງໜັງສືທາງການຮັບຮອງເອົາຄວາມຄົບຖ້ວນຂອງເອກະສານຄຳຮ້ອງດັ່ງກ່າວ ແລະ ໄດ້ແຈ້ງໃຫ້ ສປປ ລາວ ຊາບວ່າ: ປັດຈຸບັນສູນມໍລະດົກໂລກກຳລັງຄົ້ນຄວ້າເພື່ອສົ່ງຄະນະຊ່ຽວຊານກ່ຽວຂ້ອງເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບມໍລະດົກໂລກຢູ່ແຫຼ່ງມໍລະດົກອຸທິຍານແຫ່ງຊາດຫີນໜາມໜໍ່ຕາມທີ່ໄດ້ກຳນົດໄວ້ໃນເອກະສານຄຳຮ້ອງ ຊຶ່ງຄະນະຊ່ຽວຊານດັ່ງກ່າວອາດເດີນທາງມາ ສປປ ລາວ ໃນລະຫວ່າງເດືອນສິງຫາ ຫາ ເດືອນຕຸລາ ປີ 2024 ນີ້.

อาจเป็นรูปภาพของ ภูเขา

ຖ້າແຫຼ່ງມໍລະດົກຜ່ານການກວດກາຂອງຄະນະກຳມະການທີ່ປຶກສາ ແລະ ບັນດາຄະນະກຳມະການມໍລະດົກໂລກໃນກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ-ກໍລະກົດ 2025, ອຸທິຍານແຫ່ງຊາດຫີນໜາມໜໍ່ຈະກາຍເປັນແຫຼ່ງມໍລະດົກໂລກທາງທຳມະຊາດແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍລະດົກໂລກທາງທຳມະຊາດຂອງ ສສ ຫວຽດນາມ ຊຶ່ງຜົນສຳເລັດດັ່ງກ່າວຈະກາຍເປັນໝາກຜົນທີ່ສຳຄັນຂອງການຮ່ວມມືກັນຂອງສອງປະເທດລາວ-ຫວຽດນາມ.

ຂ່າວ: ປະຊາຊົນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...