Homeຂ່າວພາຍ​ໃນຫ້າມກົດລິ້ງຂໍ້ມູນ ຫຼື ຫຼົງເຊື່ອເພຈປອມ

ຫ້າມກົດລິ້ງຂໍ້ມູນ ຫຼື ຫຼົງເຊື່ອເພຈປອມ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ອອກແຈ້ງການເພື່ອເຕືອນສະຕິ ໂດຍຮຽກຮ້ອງໃຫ້ເພີ່ມທະວີຄວາມເປັນເຈົ້າການ ແລະ ຍົກສູງສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ທີ່ເຄື່ອນໄຫວຕົວະຍົວະ (ສໍ້ໂກງຊັບ) ຜ່ານທາງສື່ສັງຄົມອອນລາຍ ໂດຍການນໍາໃຊ້ຫຼາຍຮູບແບບ.ນັບແຕ່ຕົ້ນປີ 2012 ມາຮອດປັດຈຸບັນ, ໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງ ເຄື່ອນໄຫວສໍ້ໂກງຊັບຜ່ານທາງສື່ສັງຄົມອອນລາຍ (ແກ້ງຄໍເຊັນເຕີ) ເພື່ອຕົວະຍົວະຫຼອກຫຼວງເອົາເງິນຂອງພໍ່-ແມ່ປະຊາຊົນບັນດາເຜົ່າ, ຊາວຄ້າ-ຂາຍ ແລະ ຜູ້ທີ່ຮູ້ເທົ່າບໍ່ເຖິງການ ເຮັດໃຫ້ມີຜົນເສຍຫາຍເກີດຂຶ້ນເປັນຈໍານວນຫຼາຍ ດ້ວຍຮູບການ ແລະ ວິທີການໂຄສະນາຂາຍເລກ 6 ໂຕ, ເລກລາວ, ເລກຫວຽດ, ເລກໄທ ໂດຍໃຊ້ເບີວ໋ອດແອັບ ຫຼື ເຟດບຸກແຊັດຫາຜູ້ຖືກເສຍຫາຍວ່າ: ຖ້າຕ້ອງການຢາກຖືກເລກ 6 ໂຕ ແມ່ນໃຫ້ໂອນເງິນມາລົງທະບຽນ ເພື່ອແລກກັບໂຕເລກທີ່ຊະນະ.

อาจเป็นรูปภาพของ ข้อความ

ຈາກນັ້ນ, ກໍມີຜູ້ຫຼົງເຊື່ອແລ້ວໂອນເງິນໄປໃຫ້ ແຕ່ພໍຮອດມື້ເລກອອກ ແມ່ນບໍ່ໄດ້ຮັບໂຕເລກ ຫຼື ບໍ່ຖືກຕາມທີ່ພວກເຂົາສົ່ງມານັ້ນ ເຮັດໃຫ້ມີຜູ້ຖືກເສຍຫາຍເປັນຈຳນວນຫຼວງຫຼາຍ, ເມື່ອຜູ້ເສຍຫາຍຮູ້ໂຕວ່າບໍ່ຖືກເລກ ຈຶ່ງໄດ້ໂທໄປຖາມພວກມິດສາຊີບດັ່ງກ່າວ ແຕ່ໂທລະສັບຕິດຕໍ່ບໍ່ໄດ້ການໂຄສະນາປ່ອຍເງິນກູ້ຢືມອອນລາຍ ໂດຍນໍາໃຊ້ວິທີການສ້າງເພກຂອງບັນດາທະນາຄານ ເປັນຕົ້ນແມ່ນ ທະນາຄານ JDB, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ການກູ້ຢືມບໍ່ມີຫຼັກຊັບຄ້ຳປະກັນ ພຽງແຕ່ໃຊ້ບັດປະຈຳຕົວ ຫຼື ສຳມະໂນຄົວ.

อาจเป็นรูปภาพของ 2 คน และ ข้อความ

ມີການໃຊ້ຮູບແບບເປີດບໍລິສັດເປັນສາກບັງໜ້າ ເພື່ອແອບອ້າງກູ້ຢືມເງິນຈາກຜູ້ຖືກເສຍຫາຍ ໂດຍຄິດໄລ່ອັດຕາດອກເບ້ຍສູງກວ່າທະນາຄານກຳນົດ ເມື່ອມີຜູ້ຫຼົງເຊື່ອ ແລະ ໃຫ້ກູ້ຢືມເງິນເປັນຈຳນວນຫຼວງຫຼາຍ ພວກເຂົາກໍເອົາຕົວຫຼົບໜີ ແລະ ບໍລິສັດດັ່ງກ່າວ ແມ່ນບໍ່ມີຕົວຕົນ.ພ້ອມນີ້, ນໍາໃຊ້ຊື່ເຟດບຸກແຊັດຫາວ່າ ຈະຝາກເຄື່ອງມາແຕ່ຕ່າງປະເທດ ປະເພດເຄື່ອງໃຊ້, ເງິນໂລດາຈໍານວນໜຶ່ງ ເພື່ອໃຫ້ບຸກຄົນທີ່ຕົກເປັນເຫຍື່ອຫຼົງເຊື່ອໂອນເງິນຄ່າຝາກເຄື່ອງໄປກ່ອນ. ຫຼັງຈາກນັ້ນ, ຈະມີເບີໂທລະສັບໂທບອກໃຫ້ຜູ້ເສຍຫາຍ ໂອນເງິນຄ່າທຳນຽມຜ່ານສະຖານທູດ ແລະ ອື່ນໆ.ການແຮກໜ້າເຟດບຸກຄົນອື່ນ ແລະ ການນຳໃຊ້ຮູບພາບຖ່າຍຂອງບຸກຄົນອື່ນ, ເພກຂອງບໍລິສັດອື່ນໆ ມາຕັ້ງເປັນຊື່ນຳໃຊ້ເຟດບຸກ ແລ້ວໂຄສະນາການຫຼິ້ນເກມ ແລະ ຂາຍເຄື່ອງໃຊ້ຕ່າງໆ ເຊັ່ນ: ການໂພດຂາຍສິ້ນໄໝ, ໂຄສະນາຂາຍລົດທຸກປະເພດ, ການຮັບແລ່ນເອກະສານຕ່າງໆ ເຫັນວ່າ ຜູ້ເສຍຫາຍ ເກີດຄວາມສົນໃຈແລ້ວຕ້ອງໂອນເງິນມັດຈຳ ຫຼັງຈາກໂອນເງິນສຳເລັດກໍບໍ່ສາມາດຕິດຕໍ່ໄດ້ເລີຍ.

ການແອບອ້າງເປັນພະນັກງານຂອງທະນາຄານໃດໜຶ່ງ ແຊັດມາຫາຜູ້ເສຍຫາຍ ແລ້ວແຈ້ງວ່າ: ບັນຊີຂອງທ່ານບໍ່ສາມາດເຄື່ອນໄຫວໄດ້ ຕ້ອງໄດ້ປະກອບຂໍ້ມູນນຳທາງທະນາຄານຄືນໃໝ່ ແລ້ວຈະມີພະນັກງານໂທລະສັບມາຫາຜູ້ເສຍຫາຍ ເພື່ອຂໍຂໍ້ມູນສ່ວນຕົວບາງຢ່າງເປັນຕົ້ນແມ່ນ ບັດະຈໍາຕົວ, ບັນຊີ, ລະຫັດບັນຊີ ຫຼື ອື່ນໆ. ພາຍຫຼັງໄດ້ຂໍ້ມູນລະອຽດແລ້ວ, ບັນຊີຂອງຜູ້ເສຍຫາຍ ຈະມີການໂອນເງິນອອກໂດຍບໍ່ຮູ້ສາເຫດ ສ່ວນເບີໂທລະສັບທີ່ສົ່ງຂໍ້ຄວາມ ຫຼື ໂທຫາຜູ້ເສຍຫາຍ ແມ່ນບໍ່ສາມາດໂທຫາໄດ້.ນອກຈາກນັ້ນ, ພວກເຂົາຍັງມີເລ່ລ່ຽມທີ່ປັບປ່ຽນຮູບແບບ ແລະ ຊ່ອງທາງ ເພື່ອຫຼອກລວງເອົາເງິນຂອງພໍ່-ແມ່ປະຊາຊົນ ໂດຍສະເພາະ ໃນສະພາບເສດຖະກິດຫຍຸ້ງຍາກໃນປັດຈຸບັນ ທັງພາຍໃນ ແລະ ສາກົນ ບວກກັບຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີ່ອາດຖືກສວຍໃຊ້ ເພື່ອຕົວະຍົວະຫຼອກລວງໃຫ້ມີຄວາມໜ້າເຊື່ອຖື.

ຂ່າວ: ຄວາມສະຫງົບ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...