ອິນເດຍ ເກີດໂຣກຍ່ຽວຫນູ ແລະ ໂຣກລະບາດ ຫຼັງນໍ້າຖ້ວມ

ແຫຼ່ງຂ່າວຕ່າງປະເທດລາຍງານໃນວັນທີ 4 ກັນຍາ ທີ່ຜ່ານມາວ່າ: ພາຍຫຼັງທີ່ອິນເດຍປະສົບອຸທົກກະໄພນໍ້າຖ້ວມຮ້າຍແຮງທີ່ສຸດໃນຮອບ 100 ປີ, ຫຼັງນໍ້າລົດລະດັບລົງ ໄດ້ມີໂຣກ ພະຍາດຊະນິດຕ່າງໆເກີດຂຶ້ນ.​ ປະຈຸບັນ, ປະຊາຊົນອິນເດຍເສຍຊີວິດຍ້ອນໂຣກຍ່ຽວໜູແລ້ວ  14 ຄົນ ໃນລັດເກຣລະ ທາງພາກໃຕ້ຂອງອິນເດຍ ແລະ ຕິດເຊື້ອອີກກວ່າ 100 ຄົນ.

ສ່ວນໂຣກລະບາດອື່ນໆ ແມ່ນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 8 ຄົນ. ມີລາຍງານວ່າ ປະຊາຊົນຫລາຍກວ່າ 5,100 ຄົນ ມີອາການຖອກທ້ອງກະທັນຫັນ.

ລັດຖະບານອິນເດຍ ອອກແຈ້ງການຕໍ່ສາທາລະນະຊົນວ່າ: ຍອດຜູ້ເສຍຊີວິດຈາກອຸທົກກະໄພໃນຄັ້ງນີ້ເພີ່ມຂື້ນເປັນ 486 ຄົນ ແລະ ປະຊາຊົນອີກກວ່າ 1 ລ້ານຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນ ໃນລັດເກຣລະ. ຜູ້ອຳນວຍການສຳນັກງານສາທາລະນະສຸກ ລັດເກຣລະ ທ່ານນາງ ສະຣີຕາ ອາຣແອລ ກ່າວວ່າ: ລັດເກຣລະ ປະເຊີນກັບໂຣກຍ່ຽວຫນູລະບາດຈາກນໍ້າທີ່ປົນເປື້ອນຈາກນໍ້າຖ້ວມ ແລະ ໄດ້ດຳເນີນມາດຕະການປ້ອງກັນທຸກດ້ານໃນການແຈກຈ່າຍຢາຮັກສາພາຍໃນສູນອະນາໄມ ເພື່ອຢັບຢັ້ງພະຍາດດັ່ງກ່າວ.

ຕອນນີ້ ສະຖານະການນໍ້າຖ້ວມໄດ້ບັນເທົາລົງ, ແຕ່ປະຊາຊົນເກືອບ 10.000 ຄົນຍັງຕ້ອງຢູ່ໃນສູນພັກຊົ່ວຄາວທີ່ຕັ້ງຂື້ນໃນຫຼາຍພື້ນທີ່ທົ່ວທັງລັດ.

 

 

 

ແຫລ່ງຂ່າວ: PSX