Homeຂ່າວທ້ອງຖິ່ນນັບແຕ່ເດືອນກັນຍາ ຈົນຮອດເດືອນ ທັນວາ 2018 ຍັງຈະເກີດພາຍຸໝູນເຂດຮ້ອນຂຶ້ນອີກ 12 ຫົວ

ນັບແຕ່ເດືອນກັນຍາ ຈົນຮອດເດືອນ ທັນວາ 2018 ຍັງຈະເກີດພາຍຸໝູນເຂດຮ້ອນຂຶ້ນອີກ 12 ຫົວ

Published on

ເມື່ອວັນທີ 5 ກັນຍາ 2018 ທາງກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານສະພາບພາຍຸໝູນເຂດຮ້ອນແຕ່ເດືອນ ມັງກອນ-ສິງຫາ 2018 ແລະ ຄາດຄະເນສະພາບອາກາດແຕ່ເດືອນກັນຍາ ຫາ ເດືອນ ທັນວາ 2018. ໂດຍອີງຕາມແບບຈຳລອງການພະຍາກອນພາຍຸໝູນເຂດຮ້ອນ ໃນຂົງເຂດມະຫາສະໝຸດປາຊີຟິກດ້ານຕາເວັນຕົກຕອນເໜືອ ປະຈຳລະດູການ 2018 ຈາກສູນກາງພະຍາກອນຂອງເອີຣົບ ແຕ່ໄລຍະເດືອນກັນຍາ ຫາເດືອນ ທັນວາ 2018 ຈະມີພາຍຸໝູນເຂດຮ້ອນເກີດຂຶ້ນຕື່ມອີກຈຳນວນ 12 ຫົວ ເຊິ່ງໃນນີ້ຈະມີຄວາມແຮງເປັນພາຍຸໃຕ້ຝຸ່ນ ຈຳນວນ 8 ຫົວ. ຈາກທ່າອ່ຽງດັ່ງກ່າວ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນວ່າພາຍຸໝູນເຂດຮ້ອນຈະເຄື່ອນຕົວຜ່ານ ສປປ ລາວ ອີກ 1 ຫາ 2 ຫົວ ໃນໄລຍະກາງເດືອນກັນຍາ ຫາ ຕົ້ນເດືອນຕຸລາ 2018 ນີ້ ເຊິ່ງເສັ້ນທາງພາຍຸດັ່ງກ່າວຈະຜ່ານເຂດພາກກາງ ຫາ ພາກເໜືອໃນໄລຍະເດືອນກັນຍາ 2018; ແລະ ຈະຜ່ານພາກກາງ ແລະ ພາກໃຕ້ໃນໄລຍະເດືອນຕຸລາ 2018.

 

 

 

 

 

ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ, ຮູບປະກອບ: lifestyle.campus-star.com

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...