Homeຂ່າວພາຍ​ໃນນະຄອນຫຼວງວຽງຈັນເກີດນໍ້າຖ້ວມຫຼາຍເມືອງ ຫຼັງຝົນຕົກຕິດຕໍ່ກັນຫຼາຍມື້

ນະຄອນຫຼວງວຽງຈັນເກີດນໍ້າຖ້ວມຫຼາຍເມືອງ ຫຼັງຝົນຕົກຕິດຕໍ່ກັນຫຼາຍມື້

Published on

ຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນຢ່າງໄວວາ ໂດຍສະເພາະເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ), ສີຫອມ, ວັດຈັນ ໄດ້ເກີດນໍ້າຖ້ວມຂັງ ຈົນຕ້ອງໄດ້ເລັ່ງດູດນໍ້າອອກຈາກພື້ນທີ່ ເຊິ່ງປັດຈຸບັນ ທາງເຈົ້າໜ້າທີ່ໄດ້ປິດເສັ້ນທາງແຄມຂອງໄວ້ຊົ່ວຄາວຈົນກວ່າຈະດູດນໍ້າອອກຈາກພື້ນທີ່ໝົດ.

ເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍມື້ເຮັດໃຫ້ເກີດນໍ້າຖ້ວມນະຄອນຫຼວງວຽງຈັນໃນຫຼາຍເມືອງເຊັ່ນ: ເມືອງ ສີໂຄດຕະບອງ, ເມືອງ ຈັນທະບຸລີ, ເມືອງຫາດຊາຍອງ, ເມືອງ ໄຊທານີ ທີ່ເກີດນໍ້າຖ້ວມຂັງ ແລະ ນໍ້າຖ້ວມໜັກໃນບາງຂົງເຂດ.

ສະພາບເຫດການນໍ້າຖ້ວມໃນແຕ່ລະຂົງເຂດ: ເມືອງ ສີໂຄດຕະບອງ ລະດັບນໍ້າທີ່ເພີ່ມຂຶ້ນຮອບໃໝ່ໃກ້ເຖິງຈຸດເຂດອັນຕະລາຍ, ມີ 3 ບ້ານທີ່ຕ້ອງໄດ້ອົບພະຍົບປະຊາຊົນໄປອາໃສຢູ່ບ່ອນທີ່ປອດໄພ ປະກອບມີປະຊາຊົນບ້ານ ດ່ານຄຳ 7 ຄອບຄົວ, ໂນນຂີ້ເຫຼັກ 13 ຄອບຄົວ, ໜອງດາ 50 ຄອບຄົວ; ເມືອງຫາດຊາຍຟອງ ເນື້ອທີ່ກວ່າ 500 ເຮັກຕາໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມ ແລະ ປະຊາຊົນສອງບ້ານທີ່ຢູ່ເຂດຕໍ່າຄືບ້ານ ດອນເກີດ ແລະ ບ້ານ ຫາດກັນຊາ ຕ້ອງຍົກຍ້າຍໄປອາໃສຢູ່ບ່ອນທີ່ປອດໄພ; ເມືອງຈັນທະບູລີ ໄດ້ເກີດນໍ້າຖ້ວມຂັງ ໃນເຂດ ສີຫອມ, ວັດຈັນ, ສວນເຈົ້າອານຸວົງ; ສຳລັບເມືອງໄຊທານີ ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມຫຼາຍບ້ານ ໂດຍສະເພາະບ້ານ ທ່າສະຫວ່າງ ມີປະຊາຊົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 380 ຄົນ,  121 ຫຼັງຄາເຮືອນຖືກນໍ້າຖ້ວມ, ເນື້ອທີ່ນາເສຍຫາຍ 81 ເຮັກຕາ, ນໍ້າຖ້ວມ ໜອງປາ 30 ເຮັກຕາ, ໂຮງຮຽນປະຖົມພາຍໃນບ້ານຕ້ອງເລື່ອນວັນເປີດຮຽນອອກໄປຈົນກວ່ານໍ້າຫຼຸດລົງ, ບ້ານ ໜອງໂນ ມີເຮືອນປະຊາຊົນຖືກນໍ້າຖ້ວມ 160 ຫຼັງຄາເຮືອນ ແລະ ປະຊາຊົນບ້ານ ໂພນງາມ1 ປັດຈຸບັນກຳລັງກຽມຮັບມືກັບໄພສະພາບນໍ້າຖ້ວມ.

ແຫຼ່ງຂ່າວ ແລະ ຮູບປະກອບຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...