ອີງຕາມຫນັງສືແຈ້ງການເລກທີ 1297/ຫສນຍ.ກຄສ ວ່າດ້ວຍການຫ້າມນຳເຂົ້າ, ຈຳຫນ່າຍ, ບໍລິໂພກ ຢາສູບໄຟຟ້າ ແລະ ຊີຊ່າ ລົງວັນທີ 13 ສິງຫາ 2018 ຈາກການຕົກລົງຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ແລະ ຈາກການສະເຫນີຂອງຄະນະກຳມະການແຫ່ງຊາດ, ກະຊວງສາທາລະນະສຸກ ເພື່ອຄວບຄຸມຢາສູບທີ່ບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
ສະນັ້ນ, ຈື່ງຮຽກຮ້ອງໃຫ້ປະຊາຊົນທົ່ວຫນ້າປະຕິບັດຕາມການແຈ້ງການດ້ວຍ.
ແຫລ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ