Homeຂ່າວທ້ອງຖິ່ນການຂື້ນທະບຽນສ້າງຕັ້ງວິສາຫະກິດ ແມ່ນໄດ້ເລື່ອນໄປເປັນຕົ້ນປີຫນ້າ ຕາມແຈ້ງການຈາກທ່ານນາຍົກ

ການຂື້ນທະບຽນສ້າງຕັ້ງວິສາຫະກິດ ແມ່ນໄດ້ເລື່ອນໄປເປັນຕົ້ນປີຫນ້າ ຕາມແຈ້ງການຈາກທ່ານນາຍົກ

Published on

ອີງຕາມແຈ້ງການເລກທີ 2009/ຫອຄ.ກທຄວ ຈາກຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ, ລົງວັນທີ 22 ສິງຫາ 2018 ເລື່ອງການເລື່ອນການຂື້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອອກອະນຸຍາດລົງທຶນ ຫລື ອະນຸຍາດດຳເນີນທຸລະກິດ ຕາມຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ, ລົງວັນທີ 01 ກຸມພາ 2018.

ເລີ່ມແຕ່ປະຈຸບັນຫາວັນທີ 01 ມັງກອນ 2019 ແມ່ນໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການ ທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ຕາມລະບົບທີ່ເຄີຍປະຕິບັດມາໃຫ້ມີຄວາມສະດວກ, ວ່ອງໄວຂື້ນກວ່າທີ່ຜ່ານມາ ເພື່ອໃຫ້ບັນລຸຕາມກົດຫມາຍທີ່ວາງໄວ້.

 

 

 

 

 

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດການຄ້າ, ຮູບພາກ: ຄິດອອກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...