Homeຂ່າວພາຍ​ໃນສ. ເກົາຫຼີມອບເງິນສະໜັບສະໜູນວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງ

ສ. ເກົາຫຼີມອບເງິນສະໜັບສະໜູນວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງ

Published on

ສ.ເກົາຫຼີໄດ້ມອບເງິນຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງ ເປັນຈໍານວນເງິນ 5.5 ລ້ານໂດລາສະຫະລັດ ສຳລັບໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການພັດທະນາຊີວິດການເປັນຢູ່ຂອງຜູ້ບາດເຈັບຈາກລະເບີດບໍ່ທັນແຕກ.

ໃນວັນທີ 23 ສິງຫາ 2018, ທ່ານ ຊິນ ຊຸງຊຸນ ເອກອັດຄະລັດຊະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ພ້ອມກັບຕົວແທນຈາກອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ (United Nations Development Programme: UNDP), ແລະ ຄະນະເຈົ້າໜ້າທີ່ຈາກອົງການກອຍກາ (Korean International Coopertaion Agency: KOICA) ໄດ້ເດີນທາງໄປແຂວງຊຽງຂວາງເພື່ອພົບປະທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງແຂວງຂຽງຂວາງ, ເພື່ອຢ້ຽມຢາມໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ກວດກາບັນດາກິດຈະກຳຕ່າງໆທີ່ລັດຖະບານເກົາຫຼີໃຕ້ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ ເຊິ່ງເລີ່ມດຳເນີນມາແຕ່ປີ 2014 ຈົນເຖິງທ້າຍປີ 2018 (ໄລຍະທີໜຶ່ງ).

ທ່ານ ຊິນ ຊຸງຊຸນ ກ່າວວ່າ ລັດຖະບານເກົາຫຼີໃຕ້ຈະສືບຕໍ່ໃຫ້ການຊ່ວຍເຫຼືອໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການພັດທະນາຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບ ໃນໄລຍະທີ 2 ຕໍ່ໄປ ເພື່ອຊ່ວຍ ສປປ ລາວ ໃນການບັນລຸເປົ້າໝາຍສະຫະສະວັດ ເປົ້າໝາຍທີ 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (Lives Safe from UXO); ຄາດວ່າໂຄງການໄລຍະທີສອງຈະເລີ່ມດຳເນີນການຕັ້ງແຕ່ປີ 2019 ຈົນເຖິງປິ 2022.

ລັດຖະບານເກົາຫຼີໃຕ້ໄດ້ມອບເງິນຊ່ວຍເຫຼືອ ສືບຕໍ່ໂຄງການໄລຍະທີສອງນີ້ ເປັນຈໍານວນ 5.5 ລ້ານໂດລາ ໂດຍມອບໃຫ້ອົງການສະຫະປະຊາຊາດ 3 ລ້ານໂດລາສະຫະລັດ ແລະ ອົງການກອຍກາ 2.5 ລ້ານໂດລາ ເພື່ອປະຕິບັດແຜນການຊ່ວຍເຫຼືອ. ເປົ້າໝາຍຫຼັກຂອງໂຄງການນີ້ແມ່ນ  ການໃຫ້ຄວາມຮູ້ແກ່ປະຊາຊົນເຖິງຄວາມສ່ຽງ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກ, ການເສີມສ້າງທັກສະວິຊາຊີບ ໆລໆ.

ໃນໂອກາດດັ່ງກ່າວ, ທ່ານ ຊິນ ຊຸງຊຸນ ແລະ ທ່ານ ບົວສອນ ສີນວນທອງ ໄດ້ລົງ ຢ້ຽມຢາມຜູ້ທີ່ໄດ້ຜົນກະທົບຈາກລູກລະເບີດຢູ່ບ້ານໂຕນ ເມືອງແປກ, ໄປຢ້ຽມຢາມທີມງານຂອງອົງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງຊຽງຂວາງ ຢູ່ບ້ານຢວນທອງ ເມືອງແປກ ແລະ ທ່ຽວຊົມທົ່ງໄຫຫີນ 1 ອີກດ້ວຍ.

 

ແຫຼ່ງຂ່າວ:​ ໜັງສືພິມວຽງຈັນທາມສ໌, ຮູບພາບ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

ໃນວັນທີ 27 ສິງຫາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 14 ຄົນ ຍິງ 1 ຄົນ...

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027 - ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ,...