spot_img
Homeຂ່າວການສຶກສາຈຳນວນນັກຮຽນສອບເສັງເຂົ້າ ມຊ ປີນີ້ຫຼຸດລົງຫຼາຍເມື່ອທຽບໃສ່ປີທີ່ຜ່ານມາ

ຈຳນວນນັກຮຽນສອບເສັງເຂົ້າ ມຊ ປີນີ້ຫຼຸດລົງຫຼາຍເມື່ອທຽບໃສ່ປີທີ່ຜ່ານມາ

Published on

ອີງຕາມສຳນັກຂ່າວເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 27 ສິງຫາ 2018 ວ່າ ຈຳນວນນັກຮຽນທີ່ທີ່ມີໜ້າສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ (ມຊ) ສົກຮຽນປີ 2018-2019 ມີ 14 ພັນກວ່າຄົນ, ແຕ່ທາງ ມຊ ຈະຂັດເອົາພຽງ 7.575 ພັນກວ່າຄົນເທົ່ານັ້ນ.

ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີຝ່າຍວິຊາການ ມະຫາວິທະຍາໄລແຫ່ງຊາດ ໃຫ້ສຳພາດໃນວັນທີ 25 ສິງຫາ 2018 ວ່າ ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ປະຈຳສົກປີ 2018-2019 ແລະ ເປັນຊຸດພິເສດທີ່ຜ່ານການສະໝັກແບບອອນລາຍ ແລະ ມີນັກຮຽນມາລົງທະບຽນອອນລາຍທັງໝົດ 19.262 ຄົນ, ແຕ່ນັກຮຽນທີ່ມາເອົາບັດເຂົ້າຫ້ອງເສັງຕົວຈິງມີພຽງ 14.490 ຄົນ. ໃນນັ້ນແບ່ງເປັນ 3 ສາຍຄື: ສາຍ A ມີນັກຮຽນສອບເສັງຈຳນວນ 5.290 ຄົນ, ແບ່ງເປັນ 7 ສູນສອບເສັງ, ມີ 237 ຫ້ອງສອບເສັງ, ມີຄະນະກຳມະການຍາມຫ້ອງສອບເສັງຈຳນວນ 506 ຄົນ;​ ສາຍ B ມີນັກຮຽນສອບເສັງຈຳນວນ 8.180 ຄົນ, ແບ່ງເປັນ 9 ສູນ, ມີ 332 ຫ້ອງສອບເສັງ, ​ມີຄະນະກຳມະການຍາມຫ້ອງສອບເສັງ 699 ຄົນ; ແລະ ສາຍ C ມີນັກຮຽນສອບເສັງຈຳນວນ 1.020 ຄົນ, ປະກອບມີ 1 ສູນສອບເສັງ, ມີ 51 ຫ້ອງ, ຄະນະກຳມະການຍາມຫ້ອງສອບເສັງ 114 ຄົນ, ແຕ່ລະຫ້ອງບັນຈຸນັກຮຽນປະມານ 20-30 ຄົນ ຕໍ່ຄະນະກຳມະການ 1 ຄົນ.

ທ່ານຍັງກ່າວຕື່ມອີກວ່າ ຖ້າທຽບໃສ່ສົກປີຜ່ານມາມີນັກຮຽນມາລົງທະບຽນ 19 ພັນກວ່າຄົນ ແລະ ມີໜ້າສອບເສັງຕົວຈິງ 18 ພັນກວ່າຄົນ ແລະ ມຊ ຮັບເອົານັກສຶກສາປະມານ 6 ພັນຄົນ ຖືວ່າປີ 2018 ນີ້ ມຊ ຮັບເອົານັກຮຽນເພີ່ມຂຶ້ນປະມານ 1 ພັນກວ່າຄົນ ແຕ່ຖືວ່ານັກຮຽນທີ່ມີໜ້າມາສອບເສັງແມ່ນຫຼຸດຈຳນວນລົງຫຼາຍເມື່ອທຽບໃສ່ປີທີ່ຜ່ານມາ ປະມານຫຼາຍກວ່າ 4 ພັນຄົນ ສາເຫດອາດເປັນຍ້ອນສະພາບອາກາດບໍ່ອຳນວຍຄວາມສະດວກ ຫຼາຍແຂວງຖືກນໍ້າຖ້ວມ,​ເສັ້ນທາງເປ່ເພ ເຮັດໃຫ້ການເດີນທາງພົບຄວາມຫຍຸ້ງຍາກ ແລະ ອີງໃສ່ເງື່ອນໄຂທີ່ມີທາງເລືອກຫຼາຍຂຶ້ນເພາະບາງຄົນອາດສອບເສັງເຂົ້າມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນແຫ່ງອື່ນໆ.

ແຫລ່ງຂ່າວ: laoedaily.com.la

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...