Homeຂ່າວທ້ອງຖິ່ນດ່ານສາກົນ ຂົວມິດຕະພາບ 1​ ຈະເລີ່ມເກັບຄ່າທຳນຽມຜ່ານລະບົບເອເລັກໂຕຣນິກ ກາງເດືອນຕຸລານີ້

ດ່ານສາກົນ ຂົວມິດຕະພາບ 1​ ຈະເລີ່ມເກັບຄ່າທຳນຽມຜ່ານລະບົບເອເລັກໂຕຣນິກ ກາງເດືອນຕຸລານີ້

Published on

ກະຊວງການເງິນ ຮ່ວມກັນກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຮ່ວມມືກັນໃນການຈັດຕັ້ງໂຄງການພັດທະນາລະບົບການຈັດເກັບຄ່າທຳນຽມຜູ້ໂດຍສານ ແລະ ພາຫະນະແບບເອເລັກໂຕນິກ ໂດຍຈະໄດ້ນໍາໃຊ້ຕູ້ບໍລິການອັດຕະໂນມັດເພື່ອຄິດໄລ່ ແລະ ຮັບຊໍາລະຄ່າທຳນຽມສຳລັບຜູ້ໂດຍສານ ແລະ ພາຫະນະທີ່ເດີນທາງເຂົ້າອອກປະເທດ ເພື່ອໃຫ້ການຈັດເກັບລາຍຮັບມີຄວາມໂປ່ງໃສຂຶ້ນ ແລະ ການບໍລິການທີ່ວ່ອງໄວຂຶ້ນກວ່າເກົ່າ ເຊິ່ງຈະເລີ່ມທົດລອງນໍາໃຊ້ກາງເດືອນຕຸລານີ້.

ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2018 ລະຫວ່າງ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ, ໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ໂດຍອີງໃສ່ນະໂຍບາຍຂອງພັກ-ລັດ ໃນການຈັດເກັບລາຍຮັບຕ່າງໆໃຫ້ໄປຕາມແນວທາງທີ່ທັນສະໄໝ ໂດຍສະເພາະແມ່ນການຈັດເກັບລາຍຮັບທີ່ກ່ຽວພັນກັບກະຊວງການເງິນ ແມ່ນໄດ້ໃຊ້ເຕັກໂນໂລຢີທີ່ທັນສະໄໝ ແລະ ຫັນການຈັດເກັບລາຍຮັບເຂົ້າສູ່ລະບົບທະນາຄານ. ໂຄງການນີ້ສ້າງຂຶ້ນມາເພື່ອຊ່ວຍໃຫ້ການຈັດເກັບລາຍຮັບຄ່າທຳນຽມຜູ້ໂດຍສານ ແລະ ພາຫະນະ ລວມເຖິງຄ່າທຳນຽມອື່ນໆໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ. ໂຄງການດັ່ງກ່າວສືບຕໍ່ມາຈາກໂຄງການພັດທະນາລະບົບການຈັດເກັບອາກອນມູນຄ່າເພີ່ມ, ເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ ແລະ ຄ່າທຳນຽມຜູ້ໂດຍສານ, ພາຫະນະຂາເຂົ້າ-ອອກ ດ່ານພາສີສາກົນ ຂົວມິດຕະພາບ 1 (Smart VAT and Fees) ໃນປິ 2017.

ນອກຈາກນີ້, ການຫັນໃຊ້ລະບົບທັນສະໄໝຈະຊ່ວຍຫຼຸດຜ່ອນເຈົ້າໜ້າທີ່ໃນການປະຈໍາການ ວຽກຈັດເກັບຄ່າທຳນຽມຕ່າງໆ ເພື່ອໄປປະຕິບັດໜ້າທີ່ວຽກງານທີ່ສຳຄັນອື່ນໆ, ຊ່ວຍສ້າງໃບໜ້າໃໝ່ທີ່ທັນສະໄໝ ແລະ ວ່ອງໄວໃຫ້ກັບວຽກງານຈັດເກັບລາຍຮັບຂອງຂະແໜງພາສີ.

ລະບົບການເກັບຄ່າທຳນຽມທັນສະໄໝນີ້ ຈະນໍາໃຊ້ຕູ້ບໍລິການອັດຕະໂນມັດເປັນຈໍານວນ 10 ຕູ້ ເພື່ອຄິດໄລ່ ແລະ ຊໍາລະຄ່າທຳນຽມສຳລັບຜູ້ໂດຍສານ ແລະ ພາຫະນະທີ່ເດີນທາງເຂົ້າອອກປະເທດຜ່ານດ່ານແຫ່ງນີ້, ໂດຍຕູ້ດັ່ງກ່າວ ສາມາດສະແກນປຶ້ມແຜ່ນແດນ, ໜັງສືເດີນທາງ (Passport), ແລະ ເອກະສານລົດ ເພື່ອຄິດໄລ່ຄ່າບໍລິການ ເຊິ່ງສາມາດເລືອກຊໍາລະດ້ວຍເງິນສົດ, ບັດ ATM BCEL ຫຼື ຜ່ານແອັບພລິເຄຊັນ BCEL One ໄດ້ທັນທີ; ເຊິ່ງຈະມີການເລີ່ມທົດລອງໃຊ້ກາງເດືອນຕຸລາ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນເດືອນພະຈິກ 2018 ນີ້.

 

ແຫຼ່ງຂ່າວ ແລະ ຮູບ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...