Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວບໍລິການ ສິນຄ້າຜ່ານແດນ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວບໍລິການ ສິນຄ້າຜ່ານແດນ ຜູ້ເກົ່າ-ຜູ້ໃໝ່

Published on

ໃນວັນທີ 1 ສິງຫາ 2018 ທີ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ລລບສ) ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການໃຫຍ່ ລລບສ ລະຫວ່າງທ່ານ ຄຳແພງ ສີສະຫງ່າ ຜູ້ອຳນວຍການໃຫຍ່ ລລບສ ຜູ້ເກົ່າ ແລະ ທ່ານ ຂັນທອງ ແກ້ວໄພທູນ ຮັກສາການອຳນວຍການໃຫຍ່ ລລບສ ຜູ້ໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມເປັນເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະ ມົນຕີກະຊວງການເງິນ, ມີ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ມີຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງຜູ້ອໍານວຍການ ລລບສ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ການມອບ-ຮັບໜ້າຜູ້ອຳນວຍການໃຫຍ່ ລລບສ ລະຫວ່າງຜູ້ເກົ່າ-ຜູ້ໃໝ່ ແມ່ນປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 2360/ກງ ລົງວັນທີ 19 ກໍລະກົດ 2018 ແລະ ຂໍ້ຕົກລົງເລກທີ 2361/ກງ ລົງວັນທີ 19 ກໍລະກົດ 2018 ວ່າດ້ວຍການຍົກຍ້າຍພະນັກງານ ທີ່ໄປປະຕິບັດໜ້າທີ່ຢູ່ ລລບສ ມາສັງກັດຢູ່ຫ້ອງການກະຊວງການເງິນ ແລະ ແຕ່ງຕັ້ງຮັກສາການຜູ້ອຳນວຍການ ລລບສ ຜູ້ໃໝ່, ຊຶ່ງຕະຫລອດໄລຍະເວລາ 11 ປີ ທ່ານ ຄຳແພງ ສີສະຫງ່າ ຜູ້ອຳນວຍການໃຫຍ່ ລລບສ ຜູ້ເກົ່າ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນວຽກງານພັກ-ລັດຖະບານ ກໍ່ຄື ກະຊວງການເງິນໂດຍສະພາະລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໄດ້ດຳເນີນກິດຈະການດ້ານການບໍລິການ ພາຍໃຕ້ການຊີ້ນຳ-ນຳພາໂດຍກົງ ຂອງຄະນະ ພັກກະຊວງການເງິນ, ຄະນະສະພາບໍລິຫານ, ຄະນະໜ່ວຍພັກ-ຄະນະອຳນວຍການ ແລະ 3 ອົງການຈັດຕັ້ງມະຫາຊົນ ເຮັດໃຫ້ກິດຈະການຂອງ ລບບສ ໄດ້ມີການພັດທະນາຢ່າງຮອບດ້ານ, ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບຈົນໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ ຈາກການຈັດຕັ້ງພັກ-ລັດຂັ້ນເທິງ ແລະ ເປັນທີ່ຍອມຮັບຈາກຫົວໜ່ວຍທຸລະກິດອື່ນໆ. ດັ່ງຄໍາຂວັນທີ່ ລລບສ ໄດ້ວາງໄວ້ “ສະດວກ, ປອດໄພ, ວ່ອງໄວ, ທັນສະໄໝ ແລະ ໄດ້ມາດຕະຖານ”.

ທ່ານ ຂັນທອງ ແກ້ວໄພທູນ ຮັກສາການອຳນວຍການໃຫຍ່ ລລບສ ຜູ້ໃໝ່ ໄດ້ມີຄຳເຫັນວ່າ: ພາຍໃຕ້ການຊິ້ນຳ-ນຳພາໂດຍກົງຂອງອົງຄະນະພັກກະຊວງການເງິນ, ຄະນະອຳນວຍການ ລລບສ ສຸມສະຕິປັນຍາສືບຕໍ່ຂຸດຄົ້ນ ແລະ ນຳໃຊ້ທ່າແຮງພາຍໃນທີ່ມີ, ສົມທົບກັບການຍາດແຍ່ງບົດຮຽນ, ປະສົບການຈາກພາຍໃນ ພ້ອມກັນຈັດຕັ້ງຜັນຂະຫຍາຍຕາມອຸດົມການ, ຍຸດທະສາດ ແລະ ເປົ້າໝາຍທີ່ ລລບສ ໄດ້ກຳນົດໄວ້ໃຫ້ຕິດພັນກັບແນວທາງນະໂຍບາຍ ກົດໝາຍ ແລະ ລະບຽບການທີ່ພັກ-ລັດຖະບານວາງອອກເປັນຕົ້ນ: ແມ່ນເລັງໃສ່ການປັບປຸງໂຄງສ້າງກົງຈັກການຈັດຕັ້ງ ແລະ ໂຄງປະ ກອບດ້ານບຸກຄະລະກອນ ເລັ່ງໃສ່ການປັບປຸງຍົກລະດັບໂຄງສ້າງກົງຈັກການຈັດຕັ້ງ ແລະ ໂຄງປະກອບດ້ານບຸກຄະລະກອນ ໃຫ້ສອດຄ່ອງເໝາະສົມກັບການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ໃນເງື່ອນໄຂການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳກ່ຽວກັບການ ມອບ-ຮັບ ໜ້າຜູ້ອຳນວຍການໃຫຍ່ ລລບສ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ແລະ ຮຽກຮ້ອງຍັງຄະນະໜ່ວຍພັກ-ຄະນະອຳນວຍການຜູ້ໃໝ່, ຈົ່ງສືບຕໍ່ຜັນຂະຫຍາຍວຽກງານ, ປັບປຸງວິສາຫະກິດໃຫ້ເຕີບໃຫຍ່ຂຶ້ນກວ່າເກົ່າ, ປະຕິບັດຫລັກການ ແລະ ປະຕິບັດລະບຽບກົດໝາຍຂອງລັດ, ປະຕິບັດຫລັກການ ລວມສູນອະທິປະ ໄຕໃຫ້ມີຄວາມປອດໃສ, ສາມາດກວດສອບໄດ້, ເພີ່ມທະວີວຽກງານກວດກາພາຍໃນໃຫ້ມີຄວາມເຂັ້ມແຂງ, ພ້ອມທັງເອົາໃຈໃສ່ສົມທົບກັບສະພາບໍລິຫານ ໃນການນຳພາດຳເນີນທຸລະກິດໃຫ້ເຕີບໃຫຍ່ຂຶ້ນເລື້ອງໆດັ່ງຄໍາຂວັນທີ່ ລລບສ ໄດ້ວາງໄວ້ “ສະດວກ, ປອດໄພ, ວ່ອງໄວ, ທັນສະໄໝ ແລະ ໄດ້ມາດຕະຖານ”.

ພາບ-ຂ່າວ: ກະຊວງການເງິນ ແລະ ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...