ຜົນການເລືອກຕັ້ງທົ່ວໄປຂອງກຳປູເຈຍເມື່ອວັນທີ 29 ກໍລະກົດ 2018 ທີ່ຜ່ານມາ ຈົບລົງດ້ວຍໄຊຊະນະຢ່າງລົ້ນຫຼາມຂອງພັກປະຊາຊົນກຳປູເຈຍ ເຊິ່ງມີທ່ານນາຍົກລັດຖະມົນຕີ ຮຸນເຊັນ ເປັນຫົວໜ້າພັກ
ເຊິ່ງກໍ່ເປັນໄປຕາມຄາດການໄວ້ ເພາະເປັນການເລືອກຕັ້ງທີ່ບໍ່ມີພັກຄູ່ແຂ່ງທີ່ໂດດເດັ່ນ ເນື່ອງຈາກພັກກູ້ຊາດກຳປູເຈຍ ພັກຝ່າຍຄ້ານຫຼັກຖືກສານພິພາກສາໃຫ້ຍຸບພັກໄປຕັ້ງແຕ່ປີທີ່ຜ່ານມາ ແຖມຕັດສິດນັກການເມືອງຄົນສຳຄັນຂອງພັກບໍ່ໃຫ້ລົງເລືອກຕັ້ງອີກດ້ວຍ
ສຳລັບຄວາມເຫັນຈາກລັດຖະບານຕ່າງປະເທດນັ້ນ ກໍ່ມີຍັກໃຫຍ່ຢ່າງໜ້ອຍ 2 ປະເທດທີ່ອອກມາສະແດງຄວາມບໍ່ຍິນດີກັບຜົນການເລືອກຕັ້ງຄັ້ງນີ້ ຢ່າງ ສະຫະລັດອາເມລິກາ ແລະ ອອສເຕຣເລຍ ໂດຍສະເພາະສະຫະລັດອາເມລິກາເຖິງກັບອອກຖະແຫຼງການວ່າ ອາດຈະມີການໃຊ້ມາດຕະການຕອບໂຕ້ບາງຢ່າງ ເຊັ່ນມາດຕະການທາງດ້ານການງົດອອກວິຊ່າໃຫ້ແກ່ສະມາຊິກລັດຖະບານກຳປູເຈຍເປັນຕົ້ນ
ສ່ວນທ່າທີຂອງລັດຖະບານໃນກຸ່ມປະເທດອາຊຽນ ຂະນະນີ້ຍັງບໍ່ມີຄວາມເຫັນຈາກປະເທດໃດຢ່າງເປັນທາງການ ແຕ່ຄິດວ່າໂດຍມາລະຍາດແລ້ວ ກໍ່ບໍ່ໜ້າຈະມີຄວາມເຫັນຫຍັງອອກມາໃນເຊີງລົບທີ່ຈະເຮັດໃຫ້ເກີດຜົນກະທົບດ້ານຄວາມສຳພັນໄມຕີອັນດີທີ່ມີຕໍ່ກັນ