Homeຂ່າວພາຍ​ໃນເຂື່ອນນໍ້າງື່ມ 5 ເລິ່ມປ່ອຍນໍ້າໃນມື້ນີ້

ເຂື່ອນນໍ້າງື່ມ 5 ເລິ່ມປ່ອຍນໍ້າໃນມື້ນີ້

Published on

ມື້ວານນີ້ 29 ກໍລະກົດ 2018 ບໍລິສັດນ້ຳງື່ມ5 ອອກແຈ້ງການເຖິງເຈົ້າເມືອງພູກູດແລະເມືອງພູຄູນ ແຂວງຊຽງຂວາງ ເລື່ອງຈະເລິ່ມປ່ອຍນໍ້າອອກຈາກເຂື່ອນ ເຊິ່ງມີເນື້ອໃນວ່າ ເນື່ອງຈາກລະດັບນ້ຳໃນອ່າງເກັບສູງຂຶ້ນເລື້ອຍໆ ດັ່ງນັ້ນ ເພື່ອຮັບປະກັນບໍ່ໃຫ້ນ້ຳໃນອ່າງລົ້ນສັນເຂື່ອນໃນຊ່ວງລະດູຝົນນີ້ ບໍລິສັດນ້ຳງື່ມ5 ແມ່ນມີຄວາມຈຳເປັນຕ້ອງປ່ອຍນ້ຳທີ່ມີຢູ່ໃນອ່າງອອກກ່ອນ ແນໃສ່ຮອງຮັບປະລິມານນ້ຳທີ່ຈະໄຫຼເຂົ້າອ່າງໃນຕະຫຼອດລະດູຝົນນີ້. ໂດຍບໍລິສັດມີແຜນຈະປ່ອຍນ້ຳອອກຈາກອ່າງນັບແຕ່ວັນທີ 30 ກໍລະກົດຫາວັນທີ 25 ຕຸລາ 2018 ໃນປະລິມານທີ່ຈະປ່ອຍແມ່ນ 65-3.333 ແມັດກ້ອນຕໍ່ວິນາທີ.

ສະນັ້ນເພື່ອປ້ອງກັນບໍ່ໃຫ້ເກີດອຸປະຕິເຫດ ຈິ່ງຂໍໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ບໍລິເວນໃກ້ຄຽງ ເຂດການກໍ່ສ້າງໂຄງການ ໂດຍສະເພາະບ້ານນ້ຳຕິ່ງ, ບ້ານຊຽງແດດ ທີ່ຕັ້ງຢູ່ລຸ່ມເຂື່ອນເຂື່ອນໄຟຟ້ານ້ຳງື່ມ 5ໃຫ້ເອົາໃຈໃສ່ດັ່ງນີ້໊:
– ໃຫ້ການຝຶກອົບຮົມແກ່ເດັກນ້ອຍກ່ຽວກັບອັນຕະລາຍທີ່ຈະເກີດຂຶ້ນ
– ປ້ອງກັນບໍ່ໃຫ້ເດັກນ້ອຍໄປຫຼິ້ນຢູ່ໃກ້ແຄມນ້ຳ
– ຍົກຍ້າຍຊັບສິນທີ່ຢູ່ໃກ້ແຄມນ້ຳໄປເກັບໄວ້ບ່ອນທີ່ປອດໄພ
– ປະຊາຊົນທີ່ເຮັດວຽກ ແລະເດີນທາງຕາມແຄມນ້ຳຕ້ອງເອົາໃຈໃສ່ໝັ່ນສັງເກດລະດັບນ້ຳທີ່ມີການປ່ຽນແປງໃນບາງຄັ້ງຄາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...