Home​ຂ່າວບັນເທິງໄທຈັດຄອນເສີດ Thailand for Attapeu ລະດົມທຶນຊ່ວຍພີ່ນ້ອງຊາວລາວທີ່ປະສົບໄພພິບັດເຂື່ອນແຕກ

ໄທຈັດຄອນເສີດ Thailand for Attapeu ລະດົມທຶນຊ່ວຍພີ່ນ້ອງຊາວລາວທີ່ປະສົບໄພພິບັດເຂື່ອນແຕກ

Published on

TNN ຮ່ວມກັບ BNK48, Workpoint Entertainment, ມູນນິທິໄທເພິ່ງໄທ ແລະ ກຸ່ມທຸລະກິດຕ່າງໆ ຮ່ວມໃຈກັນຈັດຂຶ້ນເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດແຂວງ ອັດຕະປື ສປປ ລາວ. ເຊິ່ງງານຄອນເສີດຈະຈັດຂຶ້ນໃນວັນທີ 31 ກໍລະກົດ 2018 ເລີ່ມຕົ້ນເວລາ 19.00ໂມງ ທີ່ໂຮງລະຄອນສະຫຍາມພິຂະເນດ ສະຫຍາມສະແຄວັນ ລາຄາບັດເລີ່ມທີ່ 2.000 / 2.500 / 3.000 ບາດ ເປີດຈອງບັດໃນວັນທີ 27 ກໍລະກົດ 2018 ເປັນຕົ້ນໄປ ເຊິ່ງລາຍຮັບຈາກການຈຳໜ່າຍບັດຄອນເສີດທັງໝົດໂດຍບໍ່ມີການຫັກຄ່າໃຊ້ຈ່າຍໃດໆຈະນຳມາມອບໃຫ້ພີ່ນ້ອງຊາວລາວຜູ້ປະສົບໄພ

ສຳລັບຜູ້ທີ່ຕ້ອງການຮ່ວມບໍລິຈາກ ສາມາດບໍລິຈາກຜ່ານ

Thailand for Attapeu
ເລກບັນຊີ 047-3-03845-4
ປະເພດ ເດີນສະພັດ, ທະນາຄານ ໄທພານິດ ສາຂາລາດພ້າວຊອຍ 1

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...