Homeຂ່າວຕ່າງປະເທດເກຣັກ ໄວ້ອາໄລຜູ້ປະສົບໄພ ໄຟປ່າຄັ້ງຮຸນແຮງທີ່ສຸດໃນຮອບ 1 ທົດສະວັດ

ເກຣັກ ໄວ້ອາໄລຜູ້ປະສົບໄພ ໄຟປ່າຄັ້ງຮຸນແຮງທີ່ສຸດໃນຮອບ 1 ທົດສະວັດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຮເທນສ໌, ປະເທດເກຣັກ ເມື່ອວັນທີ 25 ກໍລະກົດ ວ່ານາຍົກລັດຖະມົນຕີ ອະເລັກຊິດ ຊີປຣາສ ຖະແຫລງການເມື່ອວັນຈັນ ກ່ຽວກັບການໄວ້ອາໄລທົ່ວປະເທດເປັນເວລາ 3 ມື້ໃຫ້ແກ່ຜູ້ເສຍຊີວິດຢ່າງຫນ້ອຍ 74 ຄົນ ຈາກເຫດການໄຟປ່າແຜ່ລາມຫລາຍສິບຈຸດ ໃນພື້ນທີ່ເມືອງເຮເທນສ໌ ທີ່ສົ່ງຜົນໃຫ້ມີຜູ້ຮັບບາດເຈັບເພີ່ມອີກຢ່າງຫນ້ອຍ 178 ຄົນ ແລະ ໃນຈຳນວນນີ້ 10 ຄົນຍັງມີອາການຢູ່ໃນພາວະວິກິດ ຂະນະທີ່ສຳນັກຂ່າວແຫ່ງຊາດຂອງເກຣັກ ລາຍງານວ່າໄພພິບັດທາງທຳມະຊາດທີ່ເກີດຂື້ນນີ້ຖືເປັນ ໂສກອະນາຕະກຳແຫ່ງຊາດ.

ດ້ານສຳນັກງານປ້ອງກັນ ແລະ ບັນເທົາສາທາລະນະໄພຂອງເກຣັກ ລາຍງານວ່າເຈົ້າຫນ້າທີ່ດັບເພີງຫລາຍພັນຄົນຍັງຄົງກະຈາຍກຳລັງກັນຢູ່ຕາມຈຸດເກີດເຫດ ເພື່ອເລັ່ງຄວບຄຸມສະຖານະການໂດຍຈຸດທີ່ວິກິດທີ່ສຸດ ກໍຄືທີ່ເມືອງມາຕີ ຊື່ງເປັນຫນື່ງໃນເມືອງທ່ອງທ່ຽວຍອດນິຍົມ ຕັ້ງຢູ່ຫ່າງຈາກເມືອງເຮເທນສ໌ ໄປທາງຕາເວັນຕົກປະມານ 30 ກິໂລແມັດ. ແຕ່ປະຕິບັດການແມ່ນເປັນໄປດ້ວຍຄວາມຍາກລຳບາກເນື່ອງຈາກສະພາບອາກາດຮ້ອນແຮງ ແລະ ກະແສລົມແຮງ. ຂະນະດຽວກັນມີການປະເມີນແລ້ວວ່າ ໄຟປ່າຄັ້ງນີ້ແມ່ນມີຄວາມຮຸນແຮງຫລາຍກວ່າໄຟປ່າເທີງເກາະອີເວຍ ທາງຕອນໃຕ້ຂອງເກຣັກ, ເມື່ອເດືອນ ສິງຫາ 2007 ທີ່ເຮັດໃຫ້ມີຜູ້ເສຍຊີວິດເຖີງ 77 ຄົນ.

ທັງນີ້, ນາຍົກລັດຖະມົນຕີ ແຫ່ງເກຣັກ ທ່ານ ຊີປຣາສ ໄດ້ປະກາດພາວະສຸກເສີນຂອງໄຟປ່າຄັ້ງນີ້ເປັນໄພພິບັດລະດັບປະເທດເປັນທີ່ຮຽບຮ້ອຍ ແລະ ຍື່ນຄໍາຮ້ອງຂໍຄວາມຊ່ວຍເຫລືອຈາກສະຫະພາບເອີຣົບ (EU) ນຳ. ປະຈຸບັນແມ່ນທາງບັນດາປະເທດ ໄຊປຣັດ, ປອກຕຸຍການ, ແອັດສະປາຍ, ອີຕາລີ ໄດ້ທະຍອຍລຳລຽງສົ່ງມອບຄວາມຊ່ວຍເຫລືອທີ່ຈຳເປັນໃຫ້ແກ່ລັດຖະບານເຮເທນສ໌ແລ້ວ.

ນອກຈາກເກຣັກແລ້ວ ຍັງມີອີກຫລາຍປະເທດໃນເອຣົບ ທີ່ກຳລັງຜະເຊີນກັບໄຟປ່າເຊັ່ນກັນ ບໍ່ວ່າຈະເປັນ ຊູແອດ, ນອກແວ, ແຟງລັງ, ລັດເວຍ ໄຟປ່າຄັ້ັງນີ້ແມ່ນສ່ວນຫນື່ງຂອງວິກິດໄພແລ້ງຂັ້ນຮຸນແຮງທີ່ສຸດໃນຮອບ 1 ສະຕະວັດ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN, The New York Times.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...