Homeຂ່າວພາຍ​ໃນຄົນລາວຊຶ້ງໃຈ ໄທທຸກອຳເພີພ້ອມຊ່ວຍລາວ

ຄົນລາວຊຶ້ງໃຈ ໄທທຸກອຳເພີພ້ອມຊ່ວຍລາວ

Published on

ຂ່າວຈາກປະເທດໄທ ເຮັດໃຫ້ຄົນລາວຊາບຊຶ້ງໃນນໍ້າໃຈ ໜ່ວຍກຸ້ໄພທຸກອຳເພີພ້ອມທຸກນາທີທີ່ຈະເຂົ້າມາໃຫ້ຄວາມຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພນໍ້າຖ້ວມ ຈຶ່ງຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງກັບດ່ານຊາຍແດນ ຊ່ວຍອຳນວຍຄວາມສະດວກໃຫ້ຫຼາຍທີ່ສຸດ. ໃນຂະນະທີ່ການລະດົມເຄື່ອງບັນເທົາທຸກແລະເງິນຊ່ວຍເຫຼືອ ຖືກຈັດຕັ້ງຂຶ້ນເກືອບທຸກອຳເພີຂອງໄທ ໂດຍສະເພາະໃນພາກອີສານ. ໃນຂະນະທີ່ໂທລະທັດຂອງທາງການທຸກຊ່ອງຂອງໄທ ໄດ້ເປີດປະກາດເລກບັນຊີທະນາຄານເພື່ອຊ່ວຍເຫຼືອລາວ.

ຄົນລາວຮູ້ສຶກຊາບຊຶ້ງໃຈ ກັບນໍ້າໃຈແຫ່ງມິດຕະພາບແລະຄວາມສາມັກຄີແບບພີ່ນ້ອງຮ່ວມສາຍເລືອດ ທຸກຄັ້ງທີ່ປະຊາຊົນລາວປະສົບໄພພິບັດ ປະຊາຊົນໄທຈະໃຫ້ຄວາມຊ່ວຍເຫຼືອຢ່າງທັນທ່ວງທີ. ຈຶ່ງຂໍຂອບໃຈມາໃນໂອກາດນີ້ຢ່າງສຸດຊຶ້ງ ໄປຍັງອຳນາດການປົກຄອງຂອງໄທແລະປະຊາຊົນໄທທຸກທ່ານມາໃນທີ່ນີ້ດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...