Homeຂ່າວພາຍ​ໃນສະຖານທູດໄທເປີດບັນຊີ ເຊີນຊວນບໍລິຈາກຊ່ວຍເຫຍື່ອນໍ້າຖ້ວມອັດຕະປື

ສະຖານທູດໄທເປີດບັນຊີ ເຊີນຊວນບໍລິຈາກຊ່ວຍເຫຍື່ອນໍ້າຖ້ວມອັດຕະປື

Published on

ສະຖານເອກອັກລັດລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ມາໄວກວ່າໝູ່ ໂດຍການເປີດບັນຊີທະນາຄານແລະເຊີນຊວນຜູ້ໃຈບຸນ ຮ່ວມບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງອັດຕະປືຂອງລາວ.

ໂດຍເນື້ອໃນລະບຸວ່າ ເນື່ອງຈາກເມື່ອວັນທີ 24 ກໍລະກົດ 2018 ນີ້ ໄດ້ເກີດເຫດອຸທົກກະໄພຢ່າງຮ້າຍແຮງທີ່ແຂວງອັດຕະປື ເຊິ່ງໄດ້ສ້າງຜົນເສຍຫາຍຕໍ່ຊີວິດແລະຊັບສິນຂອງປະຊາຊົນຈຳນວນຫຼວງຫຼາຍ, ປະຊາຊົນມີຄວາມເດືອດຮ້ອນທາງດ້ານຊີວິດການເປັນຢູ່ ດັ່ງນັ້ນ, ຈຶ່ງຂໍເຊີນຊວນຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພຈາກເຫດນໍ້າຖ້ວມດັ່ງກ່າວ ຜ່ານຊ່ອງທາງດັ່ງຕໍ່ໄປນີ້:

  1. ສະຖານເອກອັກຄະລັດຖະທູດໄທ ບັນຊີທະນາຄານກຸງໄທ ຈຳກັດ ສາຂານະຄອນຫຼວງວຽງຈັນ ຊື່ ບັນຊີ Royal Thai Embassy – Donation ເລກທີ່ບັນຊີ 945-1-03-115-4 (ສະກຸນເງິນບາດ) ຫຼືສາມາດຕິດຕໍ່ສະຖານເອກອັກຄະລັດຖະທູດໄທ ໄດ້ທີ່ໂທລະສັບ +66 2354 6195-6 ຕໍ່ 111 ຫຼື +856 21 214 581-3 ຕໍ່ 111
  2. ແຂວງອັດຕະປື ເລກບັນຊີສຳລັບການໂອນເງິນເພື່ອຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ ໄດ້ແກ່
    – ບັນຊີທະນາຄານການຄ້າຯ ເລກທີ່ບັນຊີ 080110000058308001 (ສະກຸນເງິນກີບ)
    – ບັນຊີທະນາຄານພັດທະນາລາວ ເລກທີ່ບັນຊີ 0301800100000004 (ສະກຸນເງິນກີບ)
    – ບັນຊີທະນາຄານການຄ້າຯ ເລກທີ່ບັນຊີ 080110100021371001 (ສະກຸນເງິນໂດລາສະຫະລັດ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...