spot_img
Homeຂ່າວການສຶກສາ10 ຂໍ້ຫ້າມໃນເວລາສອບເສັງເຂົ້າ ມຊ ຕ້ອງຮູ້ໄວ້

10 ຂໍ້ຫ້າມໃນເວລາສອບເສັງເຂົ້າ ມຊ ຕ້ອງຮູ້ໄວ້

Published on

ມະາຫວິທະຍາໄລແຫ່ງຊາດໄດ້ປະກາດຮັບສະໝັກນັກສຶກສາ ສົກຮຽນ 2018-2019 ໂດຍການຮັບສະໝັກທາງອອກນໄລນ໌ ມາແຕ່ວັນທີ 16 ກໍລະກົດ 2018 ແລະ ຈະນຳເນີນຈົນເຖິງວັນທີ 22 ສິງຫາ 2018ນີ້. ສ່ວນການສອບເສັງຕົວຈິງແມ່ນມີຂຶ້ນໃນວັນທີ 25 ສິງຫາ 2018ນີ້, ດັ່ງນັ້ນກ່ອນຈະເຂົ້າຫ້ອງເສັງມີບາງເລື່ອງທີ່ນ້ອງໆຄວນຮັບຮູ້ໄວ້

  1. ຫ້າມນັກສຶກສາຂອງ ມຊ ທີ່ກຳລັງຮຽນຢູ່ແຕ່ລະຄະນະວິຊາ ສະໝັກສອບເສັງເດັດຂາດ.
  2. ຫ້າມນຳເອົາປື້ມຕຳລາຮຽນ, ສຳເນົາສູດຄິດໄລ່ ຫຼື ບົດຄຳຕອບ, ອປະກອນເອເລັກໂທຣນິກ (ໂທລະສັບມືຖື, ເຄື່ອງຄິດເລກ, ໂມງດິຈີຕອນ, ບັນທັດທີ່ມີສູດຄິດໄລ່ ແລະ ອື່ນໆ) ເຂົ້າໃນຫ້ອງສອບເສັງ ຜູ້ລະເມີດຈະຖືກຕັດສິດສອບເສັງ, ສຳລັບອຸປະກອນທີ່ຢຶດມາໄດ້ຄະນະກຳມະການຈະສົ່ງຄືນພາຍຫຼັງສິ້ນສຸດການສອບເສັງ.
  3. ຫ້າມໃສ່ເລກລະຫັດບັດເຂົ້າຫ້ອງເສັງຂອງຄົນອື່ນ ຫຼື ປ່ຽນແທນກັນ ມາເສັງແທນົນອື່ນ ໃສ່ເຄື່ອງໝາຍ ຫຼື ສັນຍາລັກຕ່າງໆໃສ່ເຈ້ຍຄຳຕອບ.
  4. ຫ້າມຖືອາວຸດ ຫຼື ຂອງມີຄົມທຸກຊະນິດ, ສານເຄມີທີ່ຮ້າຍແຮງເຂົ້າຫ້ອງສອບເສັງ,​ເຊິ່ງອາດຈະນຳມາເປັນເຄື່ອງມືໃນການກໍ່ຄວາມບໍ່ສະຫງົບ ຫຼື ທຳຮ້າຍຮ່າງກາຍຄົນອື່ນ.
  5. ຫ້າມກ່າຍໝູ່ ຫຼື ເອົາໃຫ້ໝູ່ກ່າຍ ແລະ ໃຊ້ສັນຍານຕ່າງໆທີ່ເປັນເຄື່ອງມືທຈະລິດໃນການສອບເສັງ.
  6. ຫ້າມເວົ້າ, ສົນທະນາ ລື ສົ່ງສຽງດັງໃນເວລາສອບເສັງ, ຫ້າມນຳເຄື່ອງກິນ ແລະ ເຄື່ອງດື່ມເຂົ້າໃນຫ້ອງສອບເສັງ.
  7. ຫ້າມອອກຈາກຫ້ອງໃນເວລາສອບເສັງຢູ່ຍົກເວັ້ນກໍລະນີຈຳເປັນ, ແຕ່ຕ້ອງໄດ້ຮັບອະນຸຍາດ ແລະ ມີກຳມະການຕິດຕາມໄປນຳ.
  8. ຫ້າມອອກມາຈາກຫ້ອງຈົນກວ່າຈະໝົດເວລສອບເສັງ ເຖິງແມ່ນວ່າຜູ້ສອບເສັງຈະຕອບສຳເລັດແລ້ວກໍ່ຕາມ.
  9. ຫ້າມສືບຕໍ່ໝາຍຄຳຕອບເື່ອໄດ້ຮັບສັນຍານໝົດເວລາ ແລະ ຕ້ອງຂວ້ຳເຈ້ຍຄຳຕອບໄວ້ເທິງໜ້າໂຕະຂອງຕົນ.
  10. ຫ້າມນຳເອົາບົດສອບເສັງ ແລະ ເຈ້ຍທກຊະນິດອອກຈາກຫ້ອງສອບເສັງ.

ໝາຍເຫດ: ຜູ້ລະເມີດຂໍ້ກຳນົດ (ຂໍ້ຫ້າມ) ສະບັບນີ້ຈະຖືກຕັກເຕືອນ ຫຼື ຕັດສິດໃນການສອບເສັງທັນທີ.

ແຫ່ງຂ່າວ:​ http://entrance.nuol.edu.la ແລະ ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...