Homeຄວາມງາມ6 ສິ່ງທີ່ສົ່ງຜົນກັບ ຮໍໂມນ ຂອງສາວໆ

6 ສິ່ງທີ່ສົ່ງຜົນກັບ ຮໍໂມນ ຂອງສາວໆ

Published on

Untitled-1

1. ກິນ​ເຂົ້າໜົມ​ປະສົມ​ນ້ຳ​ຕານ​ຫລາຍ​ເກີນໄປ

ການ​ກິນ​ເຂົ້າໜົມ​ທີ່​ປະສົມ​ນ້ຳ​ຕານ ຈຳນວນ​ຫລາຍ​ຈະ​ເຮັດໃຫ້​ຕຸ້ຍ ແລະ ​ນ້ຳ​ໜັກ ​ທີ່​ເພີ່ມ​ຂຶ້ນ​ຈະ​ເຮັດໃຫ້​ຮ່າງກາຍ​ຂອງ​ສາວໆ​ຕໍ່​ຕ້ານ  ຮໍ​ໂມນ ອິນ​ຊູ​ລິນ (ຮໍ​ໂມນ​ທີ່​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ)

2. ຄຽດ​ໃນ​ຕອນ​ເດິກ

ລະ​ດັບ ຮໍ​ໂມນ ຄໍ​ຕິ​ຊອນ ຈະ​ຫລຸດລົງ​ໃນ​ຕອນ​ກາງ​ຄືນ ເຊິ່ງ​ຮໍ​ໂມນ​ນີ້ ​ຈະ​ຊ່ວຍ​ໃຫ້​ສາວໆຫລັບ​ສະບາຍ ແຕ່​ຖ້າ​ສາວໆ​ມີ​ຄວາມ​ເຄັ່ງ​ຄຽດ​ຕອນ​ເດິກ​ເລື້ອຍໆ ຈະ​ເຮັດໃຫ້​ລະ​ດັບ ຮໍ​ໂມນ ຄໍ​ຕິ​ຊອນ ​ຂຶ້ນໆ​ລົງໆ

3. ບໍ່​ຍອມ​ນອນ ນອນ​ບໍ່​ຫລັບ​ໃນ​ຕອນ​ກາງ​ຄືນ

ເມື່ອ​ອົດ​ຫລັບ​ອົດ​ນອນ​ຈະເຮັດໃຫ້​ລະ​ດັບ ​ຄໍ​ຕິ​ຊອນ ​ເພີ່ມ​ຂຶ້ນ ແລະ​ ທໍາ​ຮ້າຍ​ລະບົບ​ນ້ຳ​ຕານ​ໃນ​ເລືອດ  ເຊິ່ງ​   ສິ່ງເຫລົ່ານີ້ ​ຈະ​ເຮັດໃຫ້​ຮູ້ສຶກ​ຫິວ ​ແລະ ​ຢາກ​ກິນ​ອາຫານ ເຊິ່ງ​ເຮັດໃຫ້​ຕຸ້ຍ​ຂຶ້ນ​ໄດ້​ງ່າຍ

4. ກິນ​ກາ​ເຟ​ຕອນ​ສວາຍໆ

ການ​ກິນ​ກາ​ເຟ​ຕອນ​ບ່າຍ​ສວາຍໆ ຈະ​ສົ່ງ​ຜົນ​ໃຫ້ ​ບໍ່​ຢາກ​ນອນ ​ແລະ ​ກະ​ວົນ​ກະ​ວາຍ ໃນ​ຕອນ​ກາງ​ຄືນຄວນ​ດືມ​ກາ​ເຟ​ໃນ​ໄລຍະ​ຕອນເຊົ້າ ຫລື ​ກ່ອນ​ຕອນ 3ໂມງ​ສວາຍເທົ່ານັ້ນ

5. ອອກ​ກຳ​ລັງ​ກາຍ​ບໍ່​ຕໍ່​ເນື່ອງ​

ຮໍ​ໂມນ ເອນ​ໂດນ​ຟິນ ຫລື ຮໍ​ໂມນ ແຫ່ງ​ຄວາມ​ສຸກ ຈະ​ຫລັ່ງ​ອອກ ເມື່ອ​​ອອກ​ກຳ​ລັງ​ກາຍ ຖ້າຫາກ​​ເປັນ​ຄົນ​ມັກ​ອອກ​ກຳ​ລັງ​ກາ​ຍຢ່າງສະ​ໝໍ່າ​ສະເໝີ ຮໍໂມນ​ນີ້​ ຈະ​ເຮັດໃຫ້​ສາວໆ ມີ​ຄວາມ​ຄຶກຄັກ ​ແລະ ​ພ້ອມ​ຈະ​ເຮັດ​ສິ່ງ​ຕ່າງໆ​ໃນ​ຊີວິດ​ປະຈຳວັນ​ໄດ້​ຢ່າງ​ສະ​ໝ່ຳ ສະເໝີ

6. ໃຊ້ຄວາມ​ສຸກ​ໄລຍະ​ກ່ອນ​ມີ​ປະຈຳ​ເດືອນ ດ້ວຍ​ຂອງ​ຫວານ 

ຖ້າ​ກິນ​ຂອງ​ຫວານ ​ຫລື ​ນ້ຳ​ຕານ​ຫລາຍ​ໆ ຈະ​ສົ່ງ​ຜົນ​ກັບ​ໄລຍະ​ກ່ອນ​ມີ​ປະຈຳ​ເດືອນ ເຮັດໃຫ້​ສາວໆ​ກາຍ​ເປັນ​ຄົນ​ອາລົມ​ຮ້ອນ​ຫລາຍ​ຍິ່ງ​ຂຶ້ນ ຢາກ​ກິນ​ຕ້ອງ​ໄດ້​ກິນ ທາງ​ທີ່​ດີ ຄວນ​ຫາ​ວິທີ​ອື່ນ​ໃນ​ການ​ໃຊ້້ເວລາຄວາມສຸກ​ໃຫ້ກັບຕົນ​ເອງ ເຊັ່ນ​ໄປ​ທ່ຽວ ໄປ​ອອກ​ກຳ​ລັງກາຍ ພົບ​ປະ​ໝູ່ເພື່ອນ ຫລື ​ເຮັດຫຍັງ​ທີ່​ຜ່ອນ​ຄາຍ ແທນ​ດີກວ່າ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...