Homeຂ່າວຕ່າງປະເທດຈົບພາລະກິດຊ່ວຍ 13 ຊີວິດຕິດໃນຖ້ຳຫຼວງຂຸນນ້ຳນາງນອນ

ຈົບພາລະກິດຊ່ວຍ 13 ຊີວິດຕິດໃນຖ້ຳຫຼວງຂຸນນ້ຳນາງນອນ

Published on

ເມື່ອເວລາ 18.48 ນາທີ ຂອງວັນທີ 10 ກໍລະກົດ 2018 ນັກຂ່າວລາຍງານວ່າ ສະມາຊິກທີມໝູປ່າຄົນທີ 12 ແລະ ໂຄ໊ຊເອກ ຖືກນຳຕົວອອກມາຈາກຖ້ຳຫຼວງແລ້ວ ແລະ ຫຼັງຈາກທີ່ກວດຮ່າງກາຍເບື້ອງຕົ້ນໂດຍແພດທີ່ໂຮງໝໍສະໜາມ ເຈົ້າໜ້າທີ່ໄດ້ນຳສົ່ງພວກເຂົາໄປຮັກສາຕົວທີ່ໂຮງໝໍຊຽງລາຍປະຊານຸເຄາະ

ໂດຍວິນາທີທີ່ທີມໝູປ່າຄົນທີ 12 ແລະ ໂຄ໊ຊເອກອອກມາຈາກຖ້ຳຫຼວງນັ້ນ ຄົນທີ່ປະຕິບັດພາລະກິດບໍລິເວນຖ້ຳຫຼວງ ຕ່າງພາກັນຕົບມືດ້ວຍຄວາມດີໃຈ

ຢ່າງໃດກໍ່ຕາມນອກຈາກ ທີມໝູປ່າ 5 ຄົນທີ່ຖືກນຳຕົວອອກຈາກຖ້ຳຫຼວງວັນນີ້ແລ້ວ ຍັງມີແພດອີກ 1 ຄົນນັ້ນຄື ໝໍພາກ ແລະ ເຈົ້າໜ້າທີ່ໜ່ວຍຊິລອີກ 3 ຄົນ ທີ່ຖືກນຳຕົວອອກມາຈາກຖ້ຳບໍລິເວນເນີນນົມສາວ ໂດຍທັງ 4 ຄາດວ່າຈະຕ້ອງຖືກນຳສົ່ງໄປທີ່ໂຮງໝໍ ເພື່ອກວດຫາເຊື້ອໃນຮ່າງກາຍ ຫຼັງຈາກເຂົ້າໄປປະຕິບັດພາລະກິດຢູ່ກັບພວກນ້ອງໆໃນຖ້ຳຕັ້ງແຕ່ມື້ທີ່ພົບຕົວໃນບໍລິເວນເນີນນົມສາວ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...