Homeຂ່າວຕ່າງປະເທດເປີດເຜີຍເຫດຜົນເປັນຫຍັງ? ຈິ່ງນຳພຽງ 4 ຄົນຈາກ 13ຄົນ ອອກຈາກຖ້ຳຫຼວງ

ເປີດເຜີຍເຫດຜົນເປັນຫຍັງ? ຈິ່ງນຳພຽງ 4 ຄົນຈາກ 13ຄົນ ອອກຈາກຖ້ຳຫຼວງ

Published on

ຜູ້ຊ່ຽວຊານດ້ານກູ້ຊີບເປີດເຜີຍເຫດຜົນວ່າເປັນຫຍັງຈິ່ງ 4 ຄົນທີມໝູປ່າອອກຈາກຖ້ຳຫຼວງໃນຮອບທຳອິດ ດ້ານກົມອຸຕຸນິຍົມຄາດຝົນອາດຕົກໜັກໃນຊ່ວງນີ້ ລະດັບນ້ຳໃນຖ້ຳເພີ່ມຂຶ້ນ ຄວນເລັ່ງນຳທີເຫຼືອທັງໝົດ 9 ຄົນອອກຈາກຖ້ຳໃຫ້ໄວທີ່ສຸດ

ເມື່ອວັນທີ 8 ກໍລະກົດ 2018 ຜູ້ຊ່ຽວຊານດ້ານການລຳລຽງຜູ້ປ່ວຍ ແລະ ກຸ້ຊີບທາງອາກາດ ກ່າວພາຍຫຼັງມີການຖະແຫຼງການຢືນຢັນວ່າໄດ້ນຳ 4 ຄົນອອກຈາກຖ້ຳຫຼວງ ປະເດັນສຳຄັນປະເມີນຈາກຄວາມພ້ອມຂອງຮ່າງກາຍ ແລະ ຈິດໃຈ ເຊິ່ງເບື້ອງຕົ້ນມີການກວດສະພາບຮ່າງກາຍຂອງທັງ 13 ຄົນ ເຖິງແມ່ນວ່າຕອນນີ້ຈະມີຄົນທີ່ບໍ່ເຫັນດີໃນການໃຫ້ທັງ 13 ຄົນດຳນ້ຳອອກມາ ໂດຍໃຫ້ຄຳເຫັນວ່າຕ້ອງໃຫ້ຮ່າງກາຍຂອງນ້ອງໆແຂງແຮງກ່ອນ ສ່ວນອີກ 9 ຄົນທີ່ຍັງເຫຼືອ ທາງໜ່ວຍຊິລຄົງໃຊ້ຈິດວິທະຍາເຂົ້າຊ່ວຍເພີ່ມຄວາມກ້າໃຫ້ພວກເຂົາບໍ່ເກີດຄວາມຢ້ານກົວ ເພື່ອຫຼີກລ່ຽງບັນຫາການໄດ້ຮັບບາດເຈັບຈາກການດຳນ້ຳ ໃນການນຳຕົວອອກມາຈາກຈຸດໄປອີກຈຸດໜຶ່ງ

ພ້ອມເນັ້ນຢ້ຳວ່າ ການພິຈາລະນານຳຄົນທີ່ແຂງແຮງອອກມາກ່ອນເປັນສິ່ງສຳຄັນ ແລະ ມີບາງຄົນເປັນຫອບຫືດ ສ່ວນກໍລະນີຂອງໂຄ໊ຊເອກ ທີ່ມີອາການປ່ວຍໃນລະດັບສີເຫຼືອງ ຄິດວ່າທາງທີມແພດຈະສາມາດຊ່ວຍຟື້ນຟູຮ່າງກາຍໃຫ້ດີຂຶ້ນໃນລະດັບໜຶ່ງໄດ້

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...