spot_img
Homeຂ່າວຕ່າງປະເທດສານອະນຸຍາດໃຫ້ "ນາຈິບ" ປະກັນຕົວໄດ້ ແຕ່ສັ່ງຫ້າມອອກນອກປະເທດ

ສານອະນຸຍາດໃຫ້ “ນາຈິບ” ປະກັນຕົວໄດ້ ແຕ່ສັ່ງຫ້າມອອກນອກປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ເມື່ອວັນທີ 4 ກໍລະກົດ 2018ວ່າ ທ້າວ ນາຈິບ ຣາຊັດ ໄດ້ປະຕິເສດຂໍ້ກ່າວຫາຄໍລັບຊັນ ແລະ ໃຊ້ອຳນາດບໍ່ຊອບທຳຮວມ 4 ກະທົງ ທີ່ກ່ຽວຂ້ອງກັບການບໍລິຫານຈັດການກອງທິນ ເອັມດີບີ ແລະ ຂໍໃຊ້ສິດຕໍ່ສູ້ຕາມຂະບວນການຈົນເຖິງທີ່ສຸດ ຂະນະທີ່ໄອຍະການຮຽກຮ້ອງຫຼັກຊັບປະກັນຕົວ 4 ລ້ານຣິງກິດ ຕາມຈຳນວນກະທົງທັງໝົດ ແຕ່ຜູ້ພິພາດສາຫຼຸດໃຫ້ເຫຼືອ 1 ລ້ານຣິງກິດ ແລະ ຕ້ອງເປັນເງິນສົດເທົ່ານັ້ນ ພ້ອມທັງສັ່ງຫ້າມອະດີດຜູ້ນຳມາເລເຊຍເດີນທາງອອກນອກປະເທດ ເຊິ່ງທ້າວ ນາຈິບໄດ້ມອບໜັງສືເດີນທາງ 2 ເຫຼັ້ມໃຫ້ແກ່ເຈົ້າໜ້າທີ່

ທ້າວ ນາຈິບ ອາຍຸໄວ 64ປີ ອະດີດນາຍົກລັດຖະມົນຕີ 2 ສະໄໝ ແລະ ເປັນຫົວໜ້າພັກຄົມລາຍູສາມັກຄີແຫ່ງຊາດ ຖືເປັນຜູ້ນຳມາເລເຊຍຄົນທຳອິດໃນປະຫັວດສາດທີ່ມີຄະດີສໍ້ໂກງ ໂດຍຂໍ້ຫາທີ່ໄອຍະການສັ່ງຟ້ອງຕໍ່ທ້າວ ນາຈິບນັ້ນ ກ່ຽວຂ້ອງກັບເງິນ 10.4 ລ້ານໂດລາ ທີ່ມີການໂອນເຂົ້າບັນຊີຂອງທ້າວ ນາຈິບ ເມື່ອປີ 2015 ທາງພະນັກງານສອບສວນເຊື່ອວ່າເງິນຈຳນວນດັ່ງກາວເປັນເງິນທີ່ມີການໂອນມາຈາກກອງທຶນເອສອາຣຊີ ອິນເຕີເນຊັ່ນແນລ ໜຶ່ງໃນກອງທຶນຍ່່ອຍຂອງກອງທຶນເອັມດີບີ ທີ່ທ້າວ ນາຈິບ ກໍ່ຕັ້ງຂຶ້ນເມື່ອປີ 2008 ແຕ່ຂໍ້ມູນຂອງສຳນັກງານສອບສວນກາງແຫ່ງສະຫະລັດ (ເອັຟບີໄອ) ລະບຸວ່າ ຕະຫຼອດເກືອບ 10 ປີທີ່ຜ່ານມາ ມີການຖ່າຍໂອນເງິນອອກຈາກກອງທຶນເອັມດີບີໄປແລ້ວ 4.500 ລ້ານໂດລາ

ດ້ານທະນາຍຄວາມຂອງທ້າວ ນາຈິບ ກ່າວສະແດງຄວາມເຊື່ອໝັ້ນວ່າຈະເປັນຝ່າຍຊະນະຄະດີ ເພາະນີ້ເປັນພຽງການກັ່ນແກ້ງທາງການເມືອງ ຈາກລັດຖະບານຂອງ ດຣ.ມາຫາເທີ ໂມຮັມໝັດ ນາຍົກລັດຖະມົນຕີຄົນປັດຈຸບັນ ຂະນະທີ່ໄອຍະການສູງສຸດເຊິ່ງເປັນໂຈດຟ້ອງຮ້ອງ ກ່າວສະແດງຄວາມເຊື່ອໝັ້ນວ່າຈະເປັນຝ່າຍຊະນະຄະດີຄືກັນ

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...