Homeຂ່າວພາຍ​ໃນຂ່າວດີ! ນ້ອງໆສາມາດລົງທະບຽນເສັງເຂົ້າ ມຊ ແບບອອນລາຍໄດ້ແລ້ວ

ຂ່າວດີ! ນ້ອງໆສາມາດລົງທະບຽນເສັງເຂົ້າ ມຊ ແບບອອນລາຍໄດ້ແລ້ວ

Published on

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປັບປຸງການລົງທະບຽນສອບເສັງແບບໃໝ່ ເຊິ່ງເປັນການລົງທະບຽນແບບອອນລາຍ ໂດຍບໍ່ຈໍາເປັນຕ້ອງໄປຊື້ແບບຟອມ.

ຜູ້ສະໝັກສາມາດລົງທະບຽນໄດ້ຜ່ານຄອມພິວເຕີ້ ຫຼື ອຸປະກອນອິເລັກໂຕຣນິກອື່ນໆ.​ ທ່ານ ສຈ.ປອ. ສົມສີ ຍໍພັນໄຊ, ວ່າການອະທິການບໍດີມະຫາວິທະໄລແຫ່ງຊາດຫວັງຢ່າງຍິ່ງວ່າ ການປັບປຸງລະບົບການລົງທະບຽນ [ຫັນເປັນອອນລາຍ] ຈະຊ່ວຍອຳນວຍຄວາມສະດວກຜູ້ສະໝັກທຸກຄົນ ສາມາດລົງທະບຽນໄດ້ງ່າຍຂຶ້ນ, ເປັນການປະຫຍັດເວລາ ການເດີນທາງ ບໍ່ຈໍາເປັນຕ້ອງມາຫຼາຍຄັ້ງ.

https://www.youtube.com/watch?time_continue=133&v=8cO4nXH9Grk

ວ່າທີນັກສຶກສາສາມາດເລີ່ມສະໝັກລົງທະບຽນສອບເສັງໄດ້ຕັ້ງແຕ່ວັນທີ 16 ກໍລະກົດເປັນຕົ້ນໄປ ແລະ ຫຼັງຈາກນັ້ນຜູ້ສະໝັກໄດ້ຮັບລະຫັດເຂົ້າຫ້ອງເສັງແລ້ວ ກໍສາມາດເຂົ້າມາຮັບເອົາບັດເຂົ້າຫ້ອງເສັງທີ່ສະໂມສອນໃຫຍ່, ວິທະຍາເຂດດົງໂດກ, ມຊ ເລີ່ມຕັ້ງແຕ່ວັນທີ 23 ກໍລະກົດ ເຖິງ 22 ສິງຫາ 2018. ຜູ້ສະໝັກຕ້ອງກຽມເອກະສານປະກອບຕ່າງໆໃຫ້ຄົບຖ້ວນ. ຜູ້ສະໝັກສາມາດອ່ານລາຍລະອຽດການປະກອບເອກະສານ ແລະ ລົງທະບຽນສອບເສັງໄດ້ທີ່ເວັບໄຊ້ http://entrance.nuol.edu.la.

ວັນສອບເສັງແມ່ນຈະຈັດຂຶ້ນພາຍໃນມື້ດຽວຄືວັນທີ 25 ສິງຫາ 2018 ໂດຍແບ່ງອອກເປັນ 3 ກຸ່ມ ຄື ກຸ່ມ A ສາຍທຳມະຊາດ, ກຸ່ມ B ສາຍສັງຄົມ, ກຸ່ມ C ສາຍເຄິ່ງສັງຄົມແລະເຄິ່ງທຳມະຊາດ.

ສ່ວນຜູ້ສະໝັກທີ່ມີຂໍ້ສົງໄສກ່ຽວກັບການລົງທະບຽນແບບອອນລາຍນີ້ ຫຼື ບໍ່ເຂົ້າໃຈຂັ້ນຕອນໃນການສະມັກແມ່ນ ສາມາດໂທສອບຖາມໄດ້ທີ່ 020 54665499, 020 99993282, 020 55614888 ຫຼື ຕິດຕໍ່ທາງເຟສບຸກຂອງ ມຊ facebook/nuolofficial.

ແຫຼ່ງຂ່າວ: ມະຫາວິທະຍາໄລແຫ່ງຊາດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...