Homeຂ່າວຕ່າງປະເທດເປີດໃຈນັກດຳນໍ້າອັງກິດ ພົບ 13 ຫມູປ່າ ຍ້ອນເຊືອກຫມົດ (ມີວິດີໂອ)

ເປີດໃຈນັກດຳນໍ້າອັງກິດ ພົບ 13 ຫມູປ່າ ຍ້ອນເຊືອກຫມົດ (ມີວິດີໂອ)

Published on

ນັກສຳຫລວດຄົນອັງກິດ, ເວີນຣ໌ ຮັນສ໌ເວີຣນ໌ ຮ່ວມພາລະກິດຄົ້ນຫາສະມາຊິກ 13 ຊີວິດຂອງທີມນັກເຕະບານທ້ອງຖີ່ນ ຫມູປ່າ Academy ກັບຕົວແທນນັກດຳນໍ້າ 3 ຄົນ ຈາກສະມາຄົມກູ້ຊີບຜູ້ຕິດຢູ່ພາຍໃນຖໍ້າບິຕິສ (BCRS) ອົງກອນອິດສະລະດ້ານການໃຫ້ຄວາມຊ່ວຍເຫລືອຜູ້ປະສົບໄພພາຍໃນຖໍ້າຂອງສະຫະລາຊາອານາຈັກ   ທີ່ຕິດຢູ່ພາຍໃນຖໍ້າຫລວງຂຸນນໍ້ານາງນອນ ໃນແຂວງຊຽງລາຍ, ປະເທດໄທ ຕັ້ງແຕ່ວັນທີ 23 ມິຖຸນາ ທີ່ຜ່ານມາ ຕົວແທນນັກດຳນໍ້າກໍຄື ຣີຊາດສ໌ ສະແຕນຕັນສ, ຈອນ ໂວຣັນເທນ ແລະ ໂຣເບີດ ຮາເປີ ທີ່ຮ່ວມພາລະກິດຕັ້ງແຕ່ຕົ້ນເຊັ່ນກັນ ໃຫ້ສຳພາດພິເສດກັບ The New York times ເມື່ອວັນອັງຄານທີ່ຜ່ານມາກ່ຽວກັບຊ່ວງເວລາທີ່ທີມງານຈາກອັງກິດພົບກັບທັງ 13 ຊີວິດເທີງເນີນໃນຖໍ້າ ພາຍໃນຖໍ້າຫລວງ.

https://www.facebook.com/ThaiSEAL/videos/1631228493667210/?t=0

ຮັນເວີສຣ໌ໃຫ້ຂໍ້ມູນວ່າ ໂວຣັນເທນ ຊື່ງດຳນໍ້ານຳທາງມາກ່ອນ ກຳລັງຢູ່ລະຫວ່າງການວາງແນວເຊືອກຕາມແນວດິນຕົມຂອງຝາຖໍ້າ ເພື່ອໃຫ້ນັກດຳນໍ້ານຳມາ ຮວມທັງ ຣີຊາດສ໌ ສະແຕນຕັນສ໌ ແລະ ເຈົ້າຫນ້າທີ່ຫນ່ວຍ SEAL ໄທ ໃຊ້ເກາະເປັນເສັ້ນທາງລໍາລຽງເພື່ອບໍ່ໃຫ້ຫລົງທາງ ຫລື ຖືກກະແສນໍ້າພັດໄປ ແຕ່ທັນໃດນັ້ນໃນຊ່ວງເວລາທີ່ກຳລັງດຳເນີນພາລະກິດເຊືອກຂອງ ຈອນ ໂວຣັນເທນ ແມ່ນສຸດສາຍພໍດີ ສົ່ງຜົນເຮັດໃຫ້ເຂົາຕ້ອງຂື້ນມາຈາກຫນ້ານໍ້າ ແລະ ໃນວິນາທີນັ້ນເອງ ນັກດຳນໍ້າອັງກິດກໍພົບກັບທັງ 13 ຊີວິດ ໃນສະພາບທີ່ພວກເຂົາກຳລັງແນມມາທີ່ລາວ ແລະ ຄາດວ່າທັງ 13 ຄົນແມ່ນຫນ້າຈະຈັບຈ້ອງມາທີ່ ຈອນ ໂວຣັນເທນ ແລ້ວໄລຍະຫນື່ງ ໂດຍສັງເກດຈາກແສງໄຟທີ່ມັດຢູ່ເທີງຫົວ. ຈອນ ໂວຣັນເທນ ກ່າວດີໃຈເປັນຢ່າງຍີ່ງເຊັ່ນດຽວກັບທັງ 13 ຄົນ ທີ່ສະແດງຄວາມດີໃຈ ແລະ ຕື່ນເຕັ້ນອອກມາຢ່າງຊັດເຈນ.

https://www.facebook.com/ThaiSEAL/videos/1634041306719262/?t=34

 

 

ແຫລ່ງຂ່າວຕ່າງປະເທດ: TDN, Thai Navy SEAL

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...