spot_img
Homeຂ່າວຕ່າງປະເທດອະດີດນາຍົກລັດຖະມົນຕີມາເລເຊຍຖືກຈັບໃນຄະດີສໍ້ໂກງເງິນກອງທຶນ 1MDB

ອະດີດນາຍົກລັດຖະມົນຕີມາເລເຊຍຖືກຈັບໃນຄະດີສໍ້ໂກງເງິນກອງທຶນ 1MDB

Published on

ສື່ຕ່າງປະເທດລາຍງານວ່າ ໃນວັນທີ 3 ກໍລະກົດ 2018 ທາງການມາເລເຊຍບຸກເຂົ້າຈັບກຸມຕົວ ທ້າວ ນາຈິບ ນາຊັດ ອະດີດລັດຖະມົນຕີມາເລເຊຍທີ່ເຮືອນພັກໃນນະຄອນຫຼວງ ກົວລາລຳເປີ ເນື່ອງຈາກກວດສອບພົບໃນຄະດີທຸຈະລິດເງິນກອງທຶນ 1MDB ມູນຄ່າກວ່າ 700 ລ້ານໂດລາ ໂດຍທ້າວ ນາຈິບໄດ້ຖືກຄວບຄຸມຕົວໄປທີ່ສຳນັກງານປາບປາມການທຸຈະລິດທັນທີ ແລະ ຈະຖືກນຳຕົວຂຶ້ນສານໃນມື້ນີ້

ທາງເຈົ້າໜ້າທີ່ໄດ້ບຸກເຂົ້າກວດຄົ້ນເຮືອນພັກ ແລະ ສະຖານທີ່ອື່ນໆ ທີ່ກ່ຽວຂ້ອງກັບທ້າວ ນາຈິບ ແລະ ຄອບຄົວ ເຈົ້າໜ້າທີ່ກວດພົບເງິນສົດໄດ້ມູນຄ່າ 114 ລ້ານຣິງກິດ ຖືກຍັດໄວ້ໃນກະເປົາ 35 ໜ່ວຍ ມີເງິນສົດກວ່າ 26 ສະກຸນເງິນ ສ່ວນຫຼາຍມີສະກຸນຣິງກິດ ແລະ ໂດລາສິງກະໂປ ສ່ວນກະເປົາອີກ 37 ໜ່ວຍແມ່ນໃສ່ໂມງ ແລະ ອັນຍະມະນີຈຳນວນຫຼາຍ ແຕ່ບໍ່ສາມາດລະບຸມູນຄ່າໄດ້

ທີ່ຜ່ານມາທາງການໄດ້ຮຽກສອບສວນທ້າວ ນາຈິບ ແລະ ຄອບຄົວ ເຖິງຄວາມກ່ຽວຂ້ອງກັບຄະດີທຸຈະລິດດັ່ງກ່າວ ແຕ່ທ້າວ ນາຈິບໄດ້ປະຕິເສດຂໍ້ກ່າວຫາມາຕະຫຼອດ ຈົນຖືກທາງການບຸກເຂົ້າຈັບກຸມຕົວໃນມື້ວານນີ້

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...