spot_img
Homeຂ່າວຕ່າງປະເທດສິງກະໂປຮັບເປັນຜູ້ສະໜັບສະໜູນງົບຄ່າໃຊ້ຈ່າຍກອງປະຊຸມ "ທຣັມ-ຄິມ"

ສິງກະໂປຮັບເປັນຜູ້ສະໜັບສະໜູນງົບຄ່າໃຊ້ຈ່າຍກອງປະຊຸມ “ທຣັມ-ຄິມ”

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດ ສິງກະໂປ ເມື່ອວັນທີ 24 ມິຖຸນາ 2018ວ່າ ການພົບປະຫາລືກັນລະຫວ່າງ ປະທານາທິບໍດີ ໂດນັລ ທຣັມ ກັບ ທ່ານ ຄິມຈອງອຶນ ທີ່ສິງກະໂປເມື່ອວັນທີ 12 ມິຖຸນາ 2018ທີ່ຜ່ານມາ ເນື່ອງຈາກເປັນຕົວເລືອກທີ່ດີສຳລັບການປະຊຸມສຸດຍອດໃນຄັ້ງນີ້ ຈາກເຫດຜົນຄວາມສຳພັນທີ່ດີຕໍ່ສະຫະລັດ ແລະ ເກົາຫຼີເໜືອ ແລະ ມີຊື່ສຽງດ້ານກົດລະບຽບທີ່ເຄັ່ງຄັດ ໂດຍທ່ານ ລັດຖະມົນຕີ ຣີລີ ຊຽນ ລຸງ ຂອງສິງກະໂປ ປະເມີນຕົວເລກຄ່າໃຊ້ຈ່າຍທີ່ປະເທດຕ້ອງເສຍໄປເກືອບ 20 ລ້ານໂດລ້ານສິງກະໂປ ໃນການຈັດກອງປະຊຸມຄັ້ງນີ້

ເມື່ອວັນອາທິດທີ່ຜ່ານມາ ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ສິງກະໂປ ລາຍງານວ່າ ລັດຖະບານໃຊ້ຈ່າຍເງິນສຳລັບກອງປະຊຸມສຸດຍອດໃນເທື່ອນີ້ 16.3 ລ້ານໂດລາສິງກະໂປ ສ່ວນໃຫຍ່ເປັນຄ່າໃຊ້ຈ່າຍກ່ຽວກັບການຮັກສາຄວາມປອດໄພ ເຊິ່ງຕ້ອງລະດົມກຳລັງເຈົ້າໜ້າທີ່ຫຼາຍພັນນາຍ ຮວມທງເຄື່ອງມືອຸປະກອນຕ່າງໆ ນອກຈາກນັ້ນຍັງມີຄ່າໃຊ້ຈ່າຍສຳລັບຄ່າທີ່ພັກຂອງທ່ານ ຄິມ ແລະ ຄະນະຜູ້ຕິດຕາມ ເຊິ່ງຜູ້ນຳເກົາຫຼີເໜືອເຂົ້າພັກໃນໂຮງແຮມຫຼູລະດັບ 5 ດາວ

ຖະແຫຼງການດັ່ງກ່າວຢ້ຳວ່າ ສິງກະໂປ ໄດ້ສະໜັບສະໜູນຄວາມພະຍາຍາມຂອງນານາຊາດທີ່ຈະບັນລຸສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...