Homeຂ່າວຕ່າງປະເທດແອວຈີເຣຍຕັດສັນຍານອິນເຕີເນັດປ້ອງກັນການກ່າຍບົດສອບເສັງ

ແອວຈີເຣຍຕັດສັນຍານອິນເຕີເນັດປ້ອງກັນການກ່າຍບົດສອບເສັງ

Published on

ສຳນັກຂ່າວ ບີບີຊີລາຍງານວ່າ ລັດຖະບານປະເທດແອວຈີເຣຍໄດ້ສັ່ງຕັດສັນຍານອິນເຕີເນັດທົ່ວປະເທດໃນລະຫວ່າງການສອບເສັງຊັ້ນມັດທະຍົມປາຍເພື່ອແກ້ໄຂບັນຫາການກ່າຍບົດສອບເສັງ.

ເນື້ອໃນຂ່າວລະບຸວ່າ ການໃຫ້ບໍລິການອິນເຕີເນັດທັງຜ່ານທາງອຸປະກອນເຄື່ອນທີ່ ແລະ ສາຍອິນເຕີເນັດຄວາມໄວສູງຈະຖືກຕັດເປັນເວລາ 1 ຊົ່ວໂມງຫຼັງຈາກທີ່ການທົດສອບຄວາມຮູ້ພື້ນຖານຂອງໂຮງຮຽນມັດທະຍົມທົ່ວປະເທດເລີ່ມຕົ້ນຂຶ້ນ ເພື່ອຍຸຕິການຮົ່ວໄຫຼຂອງຂໍ້ມູນ ໂດຍການຕັດລະບົບອິນເຕີເນັດຈະຖືກດຳເນີນໄປຕະຫຼອດໄລຍະສອບເສັງ ຕັ້ງແຕ່ວັນທີ 20-25 ມິຖຸນານີ້.

ມາດຕະການນີ້ມີຂຶ້ນຫຼັງຈາກມີການໂກງບົດສອບເສັງທົ່ວປະເທດໃນປີ 2016 ເຊິ່ງມີຫຼາຍຄໍາຖາມຮົ່ວໄຫຼອອກມາທາງອອນລາຍທັງກ່ອນ ແລະ ໃນລະຫວ່າງການສອບເສັງ. ດ້ວຍເຫດຜົນນີ້ເຮັດໃຫ້ທາງລັດຖະບານຮ້ອງຂໍໃຫ້ຜູ້ບໍລິການອິນເຕີເນັດປິດການເຂົ້າເຖິງໂຊຊຽວມີເດຍໃນປີທີ່ຜ່ານມາ ແຕ່ມາດຕະການແບບສະໝັກໃຈນີ້ກໍບໍ່ພຽງພໍ.

ທ່ານນາງ ນູເຣຍ ເບັງກາບຣິດ, ລັດຖະມົນຕີກະຊວງສຶກສາປະເທດແອວຈີເຣຍກ່າວກັບໜັງສືພິມອັນນາຮາວາສ ຈະມີການບລັອກການເຂົ້າເຖິງເຟສບຸກທົ່ວປະເທດຕະຫຼອດໄລຍະເວລາການສອບເສັງ.

ທ່ານນາງ ນູເຣຍ ກ່າວອີກວ່າ ທາງລັດຖະບານຮູ້ສຶກບໍ່ສະບາຍໃຈກັບການຕັດສິນໃຈຄັ້ງນີ້ ແຕ່ກໍຮູ້ສຶກວ່າບໍ່ຄວນເມີນເສີຍກັບເຫດການທີ່ອາດຈະມີການຮົ່ວໄຫຼຂອງຫົວບົດສອບເສັງໄດ້.

ນອກຈາກນີ້, ອຸປະກອນອີເລັກໂຕຣນິກທີ່ສາມາດເຂົ້າເຖິງອິນເຕີເນັດໄດ້ທັງສຳລັບນັກຮຽນ, ຄູອາຈານ ແລະ ເຈົ້າໜ້າທີ່ໂຮງຮຽນ ຈະຖືກສັ່ງຫ້າມນໍສເຂົ້າມາໃນອາຄານສະຖານທີ່ສອບເສັງ ຈໍານວນ 2000 ແຫ່ງທົ່ວປະເທດ ໂດຍຈະມີການຕິດຕັ້ງເຄື່ອງກວດຈັບໂລຫະໄວ້ທີ່ປະຕູທາງເຂົ້າ. ທ່ານນາງ ນູເຣຍ ຍັງເສີມຕື່ມອີກວ່າ ມີການຕິດຕັ້ງກ້ອງວົງຈອນປິດ ແລະ ເຄື່ອງລົບກວນສັນຍານໂທລະສັບມືຖືໄວ້ທີ່ໂຮງພິມບົດເສັງທຸກແຫ່ງ.

ນັກຮຽນໃນທົ່ວປະເທດແອວຈີເຣຍຫຼາຍກວ່າ 700.000 ຄົນຈະເຈົ້າເສັງເພື່ອຈົບການສຶກສາໃນອາທິດໜ້າ ແລະ ຄາດວ່າຈະຮູ້ຜົນການສອບເສັງໃນວັນທີ 22 ກໍລະກົດນີ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...