ເມື່ອວັນທີ 20 ມິຖຸນາ 2018 ສື່ຕ່າງປະເທດ ແລະ ເວັບໄຊ Khmertimeskh ສື່ໃນກຳປູເຈຍລາຍງານພິທີປັດສະນະກິດສົບຂອງ ໝ່ອມອຸ໊ກ ພັລລາ ໄວອາຍຸ 39ປີ ຊາຍາຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ໄດ້ຖືກນຳໄປປະກອບພິທີວາງເພີງສົບທີ່ ວັດໂບຕຸມ ໃນນະຄອນຫຼວງພະນົມເປນ ທ່າມກາງບັນຍາກາດທີ່ໂສກເສົ້າ
ຂ່າວແຈ້ງວ່າ ໝ່ອມເຈົ້ານະໂຣດົມ ສຸທາທີ ໂອຣົດອົງທຳອິດຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ກັບ ໝ່ອມອຸ໊ກ ພັລລາ ໄດ້ບວດເພື່ອອຸທິດສ່ວນກຸສົນໃຫ້ແກ່ຜູ້ເປັນແມ່ ແລະ ຮ່ວມຍ່າງນຳໜ້າຂະບວນສົບ ເພື່ອປະກອບພິທີພຣະຣາຊທານເພີງສົບ ໂດຍມີແກນນຳ ແລະ ສະມາຊິກພັກຟຸນຊິນເປກຈຳນວນຫຼາຍມາຮ່ວມໃນພິທີ ພ້ອມກັບສະມາຊິກໃນຄອບຄົວຂອງໝ່ອມອຸ໊ກ ພັລລາ ທີ່ຢູ່ໃນຄວາມເສົ້າໂສກ ໃນຂະນະທີ່ພຣະບາດສົມເດັດພຣະບຣົມມະນາດນະໂຣດົມ ສີໜຸນີ ຊົງພຣະກະລຸນາໂປຣດເກົ້າໃຫ້ ສົມເດັດພຣະມະເຫສວນນະໂຣດົມ ຈັກກະພົງ ພຣະເສດຖາຕ່າງມານດາ ເປັນຜູ້ແທນພຣະອົງຈູດໄຟເຜົາໝ່ອມອຸ໊ກ ພັລລາ ເມື່ອເວລາ 09.00ໂມງຂອງຕອນເຊົ້າວັນພຸດທີ 20 ມິຖຸນາ 2018
ແຫລ່ງຂ່າວຍັງເປີດເຜີຍວ່າ ໝ່ອມອຸ໊ກ ພັລລາ ກັບ ສົມເດັດກົມພຣະນະໂຣດົມ ຣົນນະລິດມີໂອຣົດນຳກັນ 2 ພຣະອົງ ແລະ ໄດ້ລົງສະໝັກຮັບເລືອກຕັ້ງ ສສ ໃນແຂວງ ໄພຣແວງ ໃນການເລືອກຕັ້ງທົ່ວປະເທດຂອງກຳປູເຈຍ ທີ່ຈະມີຂຶ້ນໃນວັນທີ 29 ກຳລະກົດ2018 ໂດຍຮອງປະທານພັກຟຸນຊິນເປກ ໄດ້ໃຫ້ສຳພາດກັບນັກຂ່າວວ່າ ອາການບາດເຈັບຂອງພຣະອົງແມ່ນດີຂຶ້ນ ແຕ່ໃນຂະນະນີ້ ສົມເດັດກົມພຣະນະໂຣດົມ ຣົນນະລິດ ຍັງບໍ່ທັນຮູ້ວ່າ ໝ່ອມອຸ໊ກ ພັລລາ ຊາຍາຂອງພຣະອົງເສຍຊີວິດ.