ສະຫະລັດອາເມລິກາປະກາດຖອນໂຕອອກຈາກ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Concil: ຍູເອັນເອສຊີ) ໂດຍ ທ່ານນາງ ນິກກີ້ ເຮລີ, ເອກອັກຄະລາຊະທູດແຫ່ງສະຫະລັດອາເມລິກາປະຈໍາສະຫະປະຊາຊາດ ຮ່ວມກັບທ່ານ ໄມຄ໌ ປອມເປໂອ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອາເມລິກາ ປະກາດລະຫວ່າງການຖະແຫຼງຂ່າວວ່າ ຍູເອັນເອສຊີເປັນອົງກອນທີ່ບໍ່ສາມາດປົກປ້ອງສິດທິມະນຸດຊົນໄດ້ ເພາະເປັນອົງກອນທີ່ໜ້າໄຫວ້ຫຼັງຫຼອກ ເຮັດວຽກພຽງເພື່ອຮັບໃຊ້ຄວາມຕ້ອງການຂອງຕົນເອງ ທັງຍັງດູໝິ່ນສິດທິມະນຸດຊົນອີກດ້ວຍ.
ໃນປີທີ່ຜ່ານມາ, ທ່ານນາງ ເຮລີ ເຄີຍກ່າວຫາວ່າຍູເອັນເອສຊີມີທັດສນະອະຄະຕິ ແລະ ຕໍ່ຕ້ານປະເທດອິດສະລະແອນ, ພ້ອມກັບປະກາດວ່າອາເມລິກາກຳລັງທົບທວນການເປັນສະມາຊິກຂອງຍູເອັນເອສຊີ ກ່ອນຈະມີການປະກາດຖອນຕົວໃນທີ່ສຸດ.
ທ່ານ ແອນໂຕນິໂອ ກູແຕເຣສ, ເລຂາທິການສະຫະປະຊາຊາດອອກຖະແຫຼງການລະບຸວ່າ ທ່ານຍັງຢາກໃຫ້ອາເມລິກາຢູ່ໃນສະພາຊຸດດັ່ງກ່າວຕໍ່ໄປ.ໃນຂະນະທີ່ເຈົ້າຊາຍ ຊາອິດ ຣາອັດ ຮຸນເຊັນ, ກໍາມາທິການໃຫຍ່ດ້ານສິດທິມະນຸດຊົນແຫ່ງສະຫະປະຊາຊາດ ກ່າວວ່າ ການຖອນໂຕຂອງອາເມລິກາ ຈາກຍູເອັນເອສຊີເປັນເລື່ອງທີ່ໜ້າຜິດຫວັງ ແຕ່ບໍ່ແມ່ນຂ່າວທີ່ເຮັດໃຫ້ຕົກໃຈແຕ່ຢ່າງໃດ, ແລະເມື່ອພິຈາລະນາເຖິງສະຖານະການດ້ານສິດທິມະນຸດຊົນໃນໂລກປະຈຸບັນ ອາເມລິກາຄວນເຂົ້າມາມີປະຕິສຳພັນຫຼາຍຂຶ້ນ ບໍ່ແມ່ນຖອຍຫຼັງອອກໄປ.
ທາງດ້ານຮິວແມນໄຣ້ວັອສ, ອົງກອນສິດທິມະນຸດຊົນທີ່ຕັ້ງຢູ່ໃນນະຄອນນິວຢອກ ອອກມາປະນາມການຕັດສິນໃຈຂອງອາເມລິກາ ພ້ອມທັງລະບຸວ່ານະໂຍບາຍດ້ານສິດທິມະນຸດຊົນຂອງປະທານິບໍດີ ໂດນໍ ທຣໍ້າ ເປັນການເບິ່ງທຸກຢ່າງພຽງແຕ່ມິຕິດຽວ.

