spot_img
Homeຂ່າວຕ່າງປະເທດທຣໍ້າ ຂູ່ ຈີນ ຕັ້ງກຳແພງພາສີຮອບໃຫມ່

ທຣໍ້າ ຂູ່ ຈີນ ຕັ້ງກຳແພງພາສີຮອບໃຫມ່

Published on

ສຳນັກຂ່າວລອຍເຕີ້ລາຍງານວ່າ ປະທານາທິບໍດີ ໂດນອລ ທຣໍ້າ ຂອງສະຫະລັດອາເມລິກາອອກມາຂົ່ມຂູ່ເມື່ອວັນທີ 18 ມິຖູນາ 2018 ວ່າຈະກຳນົດກຳແພງພາສີ 10% ຕໍ່ສິນຄ້າຈີນມູນຄ່າ 200,000 ລ້ານໂດລາສະຫະລັດ ສົ່ງຜົນໃຫ້ຈີນເຕືອນວ່າຈະຕອບໂຕ້ກັບຄືນຢ່າງທັນທີ.

ໃນຂະນະທີ່ຄວາມຂັດແຍ່ງທາງການຄ້າລະຫວ່າງປະເທດຂອງເຂດເສດຖະກິດໃຫຍ່ທີ່ສຸດຂອງໂລກທັງ 2 ຊາດຍົກລະດັບຂື້ນຢ່າງໄວວາ. ທຣໍ້າ ເປີດເຜີຍໃນຖະແຫລງການວ່າໄດ້ຂໍໃຫ້ ຜູ້ແທນການຄ້າສະຫະລັດ ໂຣເບີດ ໄລທ໌ໄຮເຊີຣ໌ ລະບຸປະເພດສິນຄ້າຈີນທີ່ຕ້ອງຖືກກຳນົດຄ່າພາສີຄືນໃຫມ່ ພ້ອມທັງບອກວ່ານີ້ແມ່ນການຕອບໂຕ້ກັບຄືນການທີ່ຈີນຕັດສິນໃຈເພີ່ມມູນຄ່າການແຈ້ງພາສີມູນຄ່າ 50,000 ລ້ານໂດລາສະຫະລັດ ຕໍ່ສິນຄ້າ, ຊື່ງມີຂື້ນຫລັງຈາກທີ່ປະທານາທິບໍດີ ໂດນອລ ທຣໍ້າ ປະກາດເພີ່ມມູນຄ່າພາສີຂອງຈີນເມື່ອວັນທີ 15 ມິຖຸນາ ທີ່ຜ່ານມາ.

ຂ່າວດັ່ງກ່າວສົ່ງຜົນເຮັດໃຫ້ຕະຫລາດຫຸ້ນທົ່ວໂລກຫລຸດລົງ ແລະ ເຮັດໃຫ້ທັງເງີນໂດລາສະຫະລັດ ແລະ ຢວນ ມີຄ່າອ່ອນລົງໃນຕະຫລາດຕ່າງປະເທດເຊັ່ນກັນ.

ກະຊວງການຄ້າຈີນລະບຸວ່າ ລັດຖະບານຈີນຈະຕໍ່ສູ້ຢ່າງຫນັກແຫນ້ນດ້ວຍມາດຕະການ ທັງດ້ານຄຸນນະພາບ ແລະ ປະລິມານ ຖ້າຫາກສະຫະລັດຍັງເຜີຍແຜ່ບັນຊີລາຍການສິນຄ້າຈີນທີ່ຖືກຕັ້ງກຳແພງພາສີເພີ່ມຕື່ມ ພ້ອມທັງກ່າວຫາລັດຖະບານສະຫະລັດວ່າກຳລັງເປີດສາກກໍ່ສົງຄາມທາງການຄ້າ.

ການປະຕິບັດດັ່ງກ່າວແມ່ນການໃຊ້ແຮງກົດດັນ ແລະ ການຂົ່ມຂູ່ເອົາຄືນ ບ່ຽງເບນອອນອກລູ່ນອກທາງມາຈາກການເຫັນພ້ອມກັນທັງ 2 ຝ່າຍທີ່ບັນລຸຜົນສຳເລັດໃນຫລາຍໂອກາດ ແລະ ເປັນເລື່ອງທີ່ຫນ້າຜິດຫວັງສຳລັບປະຊາຄົມນານາຊາດ ຖະແຫລງການຂອງກະຊວງການຄ້າຈີນລະບຸເມື່ອວັນທີ 19 ມິຖູນາ ວ່າສະຫະລັດໄດ້ລິເລີ່ມສົງຄາມການຄ້າ ແລະ ລະເມີດກົດລະບຽບຂອງຕະຫລາດ ແລະ ກຳລັງລົດລະດັບຜົນປະໂຫຍດບໍ່ພຽງແຕ່ຂອງປະຊາຊົນຊາວຈີນ ແລະ ສະຫະລັດ ແຕ່ເປັນທົ່ວໂລກ.

ຜູ້ແທນການຄ້າສະຫະລັດ ໂຣເບີດ ໄລທ໌ໄຮເຊີຣ໌ ລະບຸໃນຖະແຫລງການວ່າ ກຳລັງກຽມຢື່ນເອກະສານລາຍການສິນຄ້າທີ່ຕ້ອງຖືກກຳນົດໃຫມ່ທາງພາສີ ແລະ ບັນຊີເຫລົ່ານີ້ຕ້ອງຜ່ານຂະບວນການທາງກົດຫມາຍທີ່ຄ້າຍຄືກັນກັບບັນຊີສິນຄ້າກ່ອນຫນ້ານີ້ທີ່ຈະຕ້ອງມີຊ່ວງຮັບຟັງຂໍ້ຄິດເຫັນຂອງສາທາລະນະ ແລະ ການປັບແກ້ໄຂໃນບາງຈຸດ.

ໂດຍລວມແລ້ວ ສະຫະລັດ ແລະ ຈີນ ອາດຈະມຸ່ງຫນ້າໄປສູ່ຄວາມຂັດແຍ່ງທາງການຄ້າຢ່າງເປີດເຜີຍ ພາຍຫລັງການເຈລະຈາຫລາຍຮອບເພື່ອແກ້ໄຂບັນຫາທີ່ສະຫະລັດຕຳນິຈີນເລື່ອງນະໂຍບາຍດ້ານອຸດສາຫະກຳຂອງຈີນ ການບໍ່ສາມາດເຂົ້າເຖີງຕະຫລາດຈີນໄດ້ ແລະ ການຂາດດຸນການຄ້າຂອງສະຫະລັດໃຫ້ຈີນ 375,000 ລ້ານໂດລາສະຫະລັດທີ່ໄປບໍ່ລອດ.

ທັງນີ້ຈາກຂໍ້ມູນຂອງທາງສະຫະລັດ ຈີນນຳເຂົ້າສິນຄ້າຈາກສະຫະລັດມີມູນຄ່າ 129,890 ລ້ານໂດລາສະຫະລັດ ເມື່ອປີທີ່ແລ້ວ ຂະນະທີ່ສະຫະລັດຊື້ສິນຄ້າຈາກຈີນ 505,470 ລ້ານໂດລາສະຫະລັດ.

 

 

ແຫລ່ງຂ່າວຕ່າງປະເທດ : MTCN

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...