Homeຂ່າວພາຍ​ໃນຖ້າເຫັນຄົນຖິ້ມຂີ້ເຫຍື້ອຊະຊາຍ ແຈ້ງເຈົ້າໜ້າທີ່ ເຈົ້າຈະໄດ້ເງິນຄ່າປັບໃໝ 30%

ຖ້າເຫັນຄົນຖິ້ມຂີ້ເຫຍື້ອຊະຊາຍ ແຈ້ງເຈົ້າໜ້າທີ່ ເຈົ້າຈະໄດ້ເງິນຄ່າປັບໃໝ 30%

Published on

ໃນວັນສຸກ, ວັນທີ 15 ມິຖຸນາ 2018 ເວລາ 15:00 ມີພົນລະເມືອງດີໄດ້ພົບເຫັນ ທ້າວ ກູດແກ້ວ, ອາຍຸ 35 ປີ, ສັນຊາດລາວ, ອາຊີບກຳມະກອນ ພັກເຊົາຢູ່ບ້ານໂນນແກ້ວ ໜ່ວຍ 15 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນໍາໃຊ້ລໍ້ຍູ້ ເອົາຂີ້ຫຍື້ອໄປລັກຖີ້ມ ຢູ່ເສັ້ນທາງບ້ານໂນນແກ້ວ – ບ້ານສະຫວ່າງ, ດັ່ງນັ້ນ ປກສ ບ້ານໂນນແກ້ວ ແລະ ບ້ານໂນນສະຫວ່າງ ຈຶ່ງໄດ້ ກັກຕົວຜູ້ກ່ຽວ ແລະ ດຳເນີນການກ່າວຕັກເຕືອນ ພ້ອມປັບໃໝ ຕາມມາດຕາ 3 ຂໍ້ 3.1 ວ່າດ້ວຍແຜນວຽກ ແລະ ມາດຕະການເສັ້ນທາງສະອາດ ຂອງມະຕິຕົກລົງອົງການປົກຄອງສະບັບເລກທີ 03/ອປຄ.ນວ, ລົງວັນທີ25 ກັນຍາ 2015, ເປັນຈຳນວນເງິນ 500,000 ກີບ, ( ຊຶ່ງໃນນີ້ ໄດ້ແບ່ງໃຫ້ຜູ້ພົບເຫັນ 30% ເຫລືອ 70% ອຳນາດການປົກຄອງບ້ານນຳໃຊ້ເຂົ້າໃນວຽກລວມຂອງບ້ານ) ພ້ອມທັງເຮັດບົດບັນທຶກ ຖ້າພົບເຫັນອີກເທື່ອໜ້າ ຈະໄດ້ປັບໃໝເພີ່ມອີກ 10 ເທົ່າ.
ດັ່ງນັ້ນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຂໍຄວາມຮ່ວມມື້ມາຍັງພໍ່ແມ່ປະຊາຊົນ ຈົ່ງຊ່ວຍກັນເປັນຫູເປັນຕາ ຖ້າພົບເຫັນໃຫ້ແຈ້ງອຳນາດການປົກຄອງບ້ານ ຫຼື ຫ້ອງການ ຄບຕ ໂທ: 020 56621164.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...