spot_img
Homeຂ່າວຕ່າງປະເທດອາເມລິກາ ສັງຫານ ຫົວຫນ້າກຸ່ມຕາລີບັນປາກິດສະຖານ

ອາເມລິກາ ສັງຫານ ຫົວຫນ້າກຸ່ມຕາລີບັນປາກິດສະຖານ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຄາບູລ ປະເທດອາຟະການິດສະຖານ ເມື່ອວັນທີ 16 ມິຖຸນາ ວ່າກອງກຳລັງສະຫະລັດ-ອາຟະການິດສະຖານ ອອກຖະແຫລງການວ່າໄດ້ປະຕິບັດການຕໍ່ຕ້ານກຸ່ມກໍ່ການຮ້າຍ ດ້ວຍການໂຈມຕີທາງອາກາດໂດຍນໍາໃຊ້ເຮືອບິນໂດຣນ ມີເປົ້າຫມາຍເປັນສະມາຊິກລະດັບແກນນຳຂອງກຸ່ມເຕຫ໌ລິກ-ອີ-ຕາລີບັນ (TTP) ຊື່ງເປັນສາຂາໃນປາກິດສະຖານຂອງກຸ່ມຕາລີບັນໃນເຂດທ້ອງຖີ່ນຂອງເມືອງກູນາຣ໌ ຢູ່ທາງຕາເວັນອອກສຽງເຫນືອຂອງອາຟະການິດສະຖານ ແລະ ມີຊາຍແດນຕິດກັບປາກິດສະຖານ, ໃນວັນສຸກທີ່ຜ່ານມາສາມາດສັງຫານຫົວຫນ້າ TTP ມຸລເລາະ ຟາສລຸດເລາະ ທີ່ກົບດານຢູ່ບໍລິເວນດັ່ງກ່າວໄດ້ສຳເລັດ.

ດ້ານປະທານາທິບໍດີອັສຣາຟ ການີ ຜູ້ນຳອາຟະການິດສະຖານ ກໍໄດ້ສະແດງຄວາມເຫັນຜ່ານທາງສື່ສັງຄົມອອນລາຍ Twitter ເຖີງການເສຍຊີວິດຂອງ ຟາສລຸດເລາະ ແລະ ເຜີຍວ່າໄດ້ສົນທະນາທາງໂທລະສັບຮ່ວມກັບຜູ້ບັນຊາການທະຫານຂອງປາກິດສະຖານ ໂດຍເຫັນພ້ອງກັນວ່າ ການເສຍຊີວິດຂອງຜູ້ນຳ TTP  ຈະຊ່ວຍຟື້ນຟູຄວາມໄວ້ວາງໃຈໃນລະດັບທະວີພາຄີ ເນື່ອງຈາກ ຟາສລຸດເລາະ ແມ່ນຜູ້ກໍ່ການຮ້າຍລະດັບບັນຊີດຳ ທີ່ຫນ່ວຍງານດ້ານຄວາມຫມັ້ນຄົງແຫ່ງຊາດຕ້ອງການໂຕຫລາຍທີ່ສຸດ. ຈາກການຢູ່ເບື້ອງຫລັງເຫດສັງຫານຫມູ່ນັກຮຽນ 132 ຄົນ ເມື່ອປີ 2014  ແລະ ກຸ່ມ TTP ຍັງພະຍາຍາມລອບສັງຫານ ມາລາລາ ຢູຊາຟໄຊ ເດັກຍິງນັກເຄື່ອນໄຫວຊື່ດັງຂອງປາກິດສະຖານ ໃນປີ 2012 ອີກດ້ວຍ.

 

 

 

ແຫລ່ງຂ່າວຕ່າງປະເທດ : TDN & TRT Word Now

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...