Homeຂ່າວພາຍ​ໃນວິເຄາະຜົນບານຄູ່ “ໂປແລນ ພົບ ເຊເນກັລ”

ວິເຄາະຜົນບານຄູ່ “ໂປແລນ ພົບ ເຊເນກັລ”

Published on

ມາຕໍ່ກັນກັບຄູ່ທີສອງທີ່ຈະລົງສະໜາມຄືນນີ້ ກັບການວິເຄາະບານຄູ່ “ໂປແລນ ພົບ ເຊເນກັລ” ທີ່ຈະລົງສະໜາມຟາດແຂ່ງກັນໃນຄືນນີ້ (19 ມິຖຸນາ 2018) ມາຝາກ ທີມໃດຈະເປັນຕໍ່ໃນເກມການແຂ່ງຂັນເຮົາມາອ່ານລາຍລະອຽດພ້ອມກັນເລີຍ

ເລີ່ມຄູ່ທຳອິດ “ໂປແລນ ພົບ ເຊເນກັລ” ເວລາ 22:00 ໂມງ

ທັກສະໃນເກມ

ໂປແລນເຮັດຜົນງານໃນຊ່ວງທີ່ຜ່ານມາໄດ້ໂດດເດັ່ນ ໂດຍສະເພາະການແຂ່ງຂັນບານໂລກຮອບຄັດເລືອກ ເຊິ່ງເອົາຊະນະໄດ້ເຖິງ 9 ເກມຈາກ 10 ເກມຫຼັງສຸດ ໃນຂະນະທີ່ 10 ເກມຫຼັງສຸດຂອງເຊເນກັລ ກໍ່ເອົາຊະນະໄດ້ພຽງ 4 ເກມ ສະເໝີ 5 ເກມ ແລະ ເສຍ 1 ເກມ ແຕ່ເມື່ອເບິ່ງລາຍຊື່ຂອງນັກເຕະແລ້ວ ທາງໂປແລນຈະມີນັກເຕະແຂງໆຫຼາຍຄົນ ໂດຍສະເພາະ ໂຣເບິຣດ ເລວານດອຟສກີ້ ນັກເຕະໜຶ່ງໃນກອງໜ້າທີ່ດີທີ່ສຸດໃນໂລກ ແຕ່ທາງເຊເນກັລມີພຽງ ຊາດິໂອ ມາເນ່ ທີ່ເປີດບານດີເທົ່ານັ້ນ ສະນັ້ນຜົນການວິເຄາະຈິ່ງອອກມາວ່າ ໂປແລນ ແມ່ນມີໂອກາດເກັບໄຊຊະນະໄດ້ຫຼາຍກວ່າ

ຜົນວິເຄາະ : ຕໍ່ໂປແລນ

ປະຕູທີ່ຄາດ : 1-0

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...