Homeຂ່າວພາຍ​ໃນປະຊາຊົນເຊໂປນໂວຍ ທົນກິ່ນເໝັນໂຮງງານເຈ້ຍບໍ່ໄຫວ ເລິ່ມກະທົບສຸຂະພາບແລ້ວ

ປະຊາຊົນເຊໂປນໂວຍ ທົນກິ່ນເໝັນໂຮງງານເຈ້ຍບໍ່ໄຫວ ເລິ່ມກະທົບສຸຂະພາບແລ້ວ

Published on

ປະຊາຊົນເມືອງເຊໂປນ ແຂວງສະຫວັນນະເຂດ ໂວຍຜ່ານເຟສບຸກວ່າ ໂຮງງານຜະລິດເຈ້ຍທີ່ເປັນຂອງນັກລົງທຶນຈີນ ໄດ້ສົ່ງກິ່ນເໝັນຢ່າງແຮງໄປທົ່ວເມືອງເຊໂປນ ໄປໄກເຖິງ 10 ກິໂລແມັດ ເຮັດໃຫ້ປະຊາຊົນດຳລົງຊີວິດດ້ວຍຄວາມລຳຄານ ແລະຢ້ານວ່າຈະເກີດອັນຕະລາຍຕໍ່ສຸຂະພາບຢ່າງຮ້າຍແຮງ. ປະຊາຊົນບອກວ່າກິ່ນເໝັນແຮງຈົນຊິຢູ່ບໍ່ໄດ້ ບາງຄົນກໍໃຊ້ຜ້າອັດດັງອັດປາກ ບາງຄົນກໍເອົາຢາມ່ອງມາດົມເພື່ອດັບກິ່ນ ແຕ່ກໍບໍ່ໄຫວ ໂດຍສະເພາະແມ່ນຍາງກາງຄືນ ເດິກໆ ຍິ່ງເໝັນແຮງຈົນນອນບໍ່ຫຼັບ.

ຜູ້ໃຊ້ເຟສບຸກຊື່: ແຫຼ້ ສຸວັນນະລາດ ໄດ້ເຮັດຄລິບແລະໂພສຂໍ້ຄວາມລົງເຟສບຸກຂອງຕົນຫຼາຍຄັ້ງ ແລະມີຜູ້ອ່ານຖືກໃຈແລະແຊຕໍ່ຢ່າງຫຼວງຫຼາຍ ໂດຍຫວັງວ່າຈະເຖິງຫູເຖິງຕາຜູ້ທີ່ມີີອຳນາດໃນການແກ້ໄຂບັນຫາດັ່ງກ່າວ. ດັ່ງຂໍ້ຄວາມໃນໂພສມີຄື:

“ຖ້າເຈົ້າເປັນຄົນລາວທີຮັກຊາດຄົນໜຶ່ງເສຍເວລາພຽງເລັກນອ້ຍອ່ານເນື້ອໃນໃຈຄວາມແລ້ວກົດແຊ່ໃຫ້ເພື່ອນຮວ່ມຊາດດຽວກັນ
ໃນຍາມກາງຄືນເຊໂປນກາຍເປັນເມືອງເນົ່າ ເພາະໂຮງງານຈີນ ຊັນເປເປີ ໄດ້ປ່ອຍສາເຄມີທີ່ມີຄວາມເໝັນສູງ ປົກຄຸມໄປທົ່ວເມືອງເຊໂປນເຮັດໃຫ້ຊາວເມືອງຝັນຮ້າຍທຸກໆຄືນ ໄດ້ແຕ່ພາວະນາວ່າມື້ໃດຊີແຈ້ງ ເຮັດໃຫ້ຊາວເມືອງອົດຫຼັບອົດນອນ ເພາະກິ່ນເໝັນ.

+ຖ້າຈີນມີປັນຍາສ້າງໂຮງງານທີ່ໃຫ່ຍເປັນຫຍັງຄືບໍ່ມີປັນຍາປັບປຸງກິ່ນເໝັນ.
+ຖ້າຍັງເປັນແບບນີ້ຕໍ່ໄປລັດຖະບານລາວຄວນສັ່ງປິດໂຮງງານ ເພາະຜົນໄດ້ມັນໜ້ອຍ ຜົນເສຍມັນຫຼາຍເກີນໄປ.
+ຕ້ອງໃຫ້ຊາວເມືອງເຊໂປນຕາຍເມີດກ່ອນບໍ່ຈຶ່ງຈະມີການປັບປຸງ.

ຂໍຄົນລະແຊແນ່ຄົນລາວໃຈດີ ໃຫ້ຜູ້ໃຫ່ຍທີ່ເພິ່ນຍັງຫຼັບຫູຫຼັບຕາໄດ້ເຫັນແດ່ ວ່າຄວາມລຳບາກຂອງປະຊາຊົນເປັນແນວໃດ?

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...