Homeຂ່າວຕ່າງປະເທດມາເຊໂດນີ-ເກຣັກ ຢຸດຕິຄວາມຂັດແຍ່ງເລື່ອງຊື່ປະເທດ

ມາເຊໂດນີ-ເກຣັກ ຢຸດຕິຄວາມຂັດແຍ່ງເລື່ອງຊື່ປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງສະໂກເປຍ, ປະເທດມາເຊໂດນີ ເມື່ອວັນທີ 13 ມິຖຸນາວ່າ ນາຍົກລັດຖະມົນຕີ ໂຊຣານ ເຊຟ ຜູ້ນຳແຫ່ງປະເທດມາເຊໂດນີ ກ່າວເລື່ອງການບັນລຸ ຂໍ້ຕົກລົງແກ້ໄຂທາງປະຫວັດສາດ ກັບນາຍົກລັດຖະມົນຕີ ອະເລັກຊິສ ຊີປຣາສ ຜູ້ນຳແຫ່ງປະເທດເກຣັກ ໃນການປ່ຽນຊື່ຢ່າງເປັນທາງການຂອງປະເທດມາເຊໂດນີ ຈາກ ສາທາລະນະລັດມາເຊໂດນີ ເປັນ ສາທາລະນະລັດປະຊາທິປະໄຕມາເຊໂດນີເຫນືອ ເພື່ອຍຸຕິຄວາມຂັດແຍ່ງທີ່ຢືດເຢື້ອຍາວນານເຖີງ 27 ປີ ຫລື ນັບຕັ້ງແຕ່ມາເຊໂດນີໄດ້ຮັບເອກະລາດຈາກການລົ້ມສະລາຍຂອງຢູໂກສລາເວ ເມື່ອປີ 1991.

ທັງນີ້ ລັດຖະບານເອເທນຣ໌ ຊື່ງເປັນປະເທດໃກ້ຄຽງທີ່ຕັ້ງຢູ່ທາງເຫນືອຮຽກຮ້ອງໃຫ້ມາເຊໂດນີ ປ່ຽນຊື່ປະເທດມາໂດຍຕະຫລອດ ໂດຍໃຫ້ເຫດຜົນວ່າ ເປັນຊື່ດຽວກັບພູມຖານມາເຊໂດນີທີ່ຢູ່ທາງເຫນືອຂອງປະເທດ ແລະ ເປັນຊື່ຊໍ້າກັບອານາຈັກມາເຊໂດນີຂອງອະເລັກຊານເດີ ມະຫາລາຊ ກະສັດທີ່ມີຊື່ສຽງທີ່ສຸດໃນປະຫວັດສາດເກຣັກບູຮານ ນອກຈາກນີ້ ຄົນເກຣັກຍັງມີຄວາມວິຕົກກັງວົນວ່າ ລັດຖະບານມາເຊໂດນີອາດໃຊ້ຊື່ທີ່ຄືກັນ ເພື່ອຜົນປະໂຫຍດຂອງການຮວບຮວມດິນແດນສ່ວນນີ້ເຂົ້າກັນໃນອະນາຄົດ ແລະ ເປັນປັດໃຈສຳຄັນທີ່ຈະເຮັດໃຫ້ລັດຖະບານເອເທນ ຂັດຂວາງຄວາມພະຍາຍາມເຂົ້າເປັນສະມາຊິກສະຫະພາບເອີຣົບ (EU) ແລະ ອົງກອນສົນທິສັນຍາແອດແລນຕິກເຫນືອ (NATO) ມາຕະຫລອດ ຂະນະທີ່ສະຫະປະຊາຊາດ (UN) ພະຍາຍາມໄກ່ເກ່ຍມາແລ້ວຫລາຍຄັ້ງແຕ່ບໍ່ເຄີຍປະສົບຜົນສຳເລັດ.

ດ້ານຊີປຣາສ ກ່າວຢູ່ທີ່ເມືອງຫລວງເທນຣ໌ ວ່າການບັນລຸຂໍ້ຕົກລົງຄັ້ງສຳຄັນນີ້ ທີ່ເປັນຜົນຈາກການສົນທະນາທາງໂທລະສັບຕໍ່ເນື່ອງ 3 ມື້ ລະຫວ່າງລັດຖະບານຂອງທັງສອງປະເທດ ຄືໄຊຊະນະທາງການທູດຂອງທັງສອງຝ່າຍ ແລະ ການສ້າງໂອກາດທາງປະຫວັດສາດຄັ້ງຍີ່ງໃຫຍ່ ພ້ອມທັງຂໍໃຫ້ 140 ປະເທດທົ່ວໂລກຮັບຮອງເອກະລາດຂອງມາເຊໂດນີຮ່ວມກັນ ຮັບຮອງຊື່ໃຫມ່ຂອງມາເຊໂດນີທັງໃນພາສາອັງກິດ ແລະ ພາສາສະໂລວັກ ທີ່ຈະມີການຢື່ນຫນັງສືແຈ້ງເຖີງ UN ຕໍ່ໄປ.

 

 

ແຫລ່ງຂ່າວຕ່າງປະເທດ : TDN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...