ສາທາລະນະສຸກເມືອງໄຊເຊດຖາ ເປີດຂະບວນການຕ້ານໄຂ້ຍຸງລາຍ

 

ວັນ​ທີ 6 ກັນຍາ 2014 ຜ່ານມາ​ນີ້ ຫ້ອງການ​ສາທາລະນະ​ສຸກ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງວຽງ​ຈັນ ໄດ້​ສົມ​ທັບ​ກັບ​ບ້ານ

​ວັງຊາຍ ເປີດ​ຂະ​ບວນ​ການໂຄສະນາ​ສຸ​ຂະ​ສຶກ​ສາ ​ຕ້ານ​ພະຍາດ​ໄຂ້ຍຸງ​ລາຍ ແລະ ພະຍາດ​ລະດູການ​ຕ່າງໆ​ປະຈຳ​ປີ 2014 ຂຶ້ນ

ທີ່​ບ້ານ​ວັງ​ຊາຍ ເຊິ່ງ​ມີ​ທ່ານ ຄັນທະ​ລາດ ພິລາ​ພັນ​ເດດ ຫົວໜ້າຫ້ອງການ​ສາທາລະນະ​ສຸກ​ເມືອງໄຊ​ເຊດ​ຖາ ແລະ ທ່ານ ​

ນາງ ອຸ​ທຸມພອນ ພັນ​ສະຫວັນ ນາຍບ້ານວັງ​ຊາຍ ພະນັກງານ​ວິຊາ​ການອຳນາດ​ການ​ປົກຄອງ​ບ້ານ ແລະ ປະຊາຊົນ​ພາຍ

​ໃນ​ບ້ານດັ່ງກ່າວ ເຂົ້າ​ຮ່ວມ​ເກືອບ 100 ຄົນ.

 

ທ່ານ ຄັນທະ​ລາດ ພິລາ​ພັນເດດ ໄດ້​ກ່າວ​ວ່າ: ການ​ເປີດ​ຂະບວນ​ການ​ນີ້ ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ​

ໃນການ​ຕ້ານ​ພະຍາດ​ໄຂ້ຍຸງ​ລາຍຫຼາຍ​ຂຶ້ນ ເນື່ອງ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໄຂ້ຍຸງ​ລາຍ​ໃນປີຜ່ານມາ ໄດ້​ສົ່ງ​ຜົນ​ກະທົບ​

ຢ່າງໃຫຍ່​ຫຼວງ​ຕໍ່​ຊັບ​ສິນ ແລະ ຊີວິດຂອງ​ປະຊາຊົນຄື​ປີຜ່ານມາ ​ພາຍໃນ​ເມືອງ​ມີ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ດັ່ງກ່າວ​ມີ​ເຖິງ 4

ກໍລະນີ ແລະ ໃນ​ປີ​ນີ້​ ທາງ​ຫ້ອງການ​ສາທາ​ລະນະ​ສຸກ​ເມືອງ ​ໄດ້​ຖື​ເອົາການ​ຄວບ​ຄຸມ ແລະ ປ້ອງ​ກັນເປັນ​ບັນຫາ​ສຳຄັນ ໂດຍ

​ໄດ້​ສ້າງກິດຈະກຳ​ຮ່ວມ​ກັນ​ໃນ​ຫຼາຍ​ດ້ານຄື: ສ້າງ​ຂະ​ບວນ​ການ​ເປີດ​ໂຄສະນາ​ສຸ​ຂະ​ສຶກ​ສາ​ປຸກລະດົມ​ພໍ່​ແມ່ປະຊາຊົນ ໃຫ້​ເຂົ້າ​

ຮ່ວມ​ຂະ​ບວນການ​ເປັນ​ວົງ​ກວ້າງ ໄດ້​ມີ​ການ​ຕິດຕາມ​ເຝົ້າ​ລະວັງ​ພະຍາດ​ໄຂ້ຍຸງລາຍ​ເປັນ​ປະຈຳ ຖ້າ​ພົບ​ກໍລະນີລາຍ​ງານ

​ເພື່ອ​ໃຫ້​ພະນັກງານ​ວິຊາ​ການ​ລົງ​ໄປ​ກວດກາ ແລະ ປຸກລະດົມ​ສ້າງ​ຂະ​ບວນ​ການ ໂດຍແນໃສ່​ປະຕິບັດ​ນະໂຍບາຍ 5 ປ.

 

ແຫຼ່ງຂ່າວ: ວຽງຈັນໃໝ່