ຊາວຫວຽດນາມປະທ້ວງກູ່ມໃຫຍ່ຕໍ່ຕ້ານລັດຖະບານໃຫ້ຈີນສຳປະທານທີ່ດິນເຖິງ 99 ປີ

ເມື່ອວັນທີ 10 ມິຖຸນາ 2018 ປະຊາຊົນຫວຽດນາມເດີນຂະບວນໃຫຍ່ຫຼາຍເມືອງທົ່ວປະເທດ ລຸກຮືຂຶ້ນປະທ້ວງຕໍ່ຕ້ານຮ່າງກົດໝາຍເສດຖະກິດພິເສດ ໂດຍສະເພາະການໃຫ້ນັກລົງທຶນຈີນເຊົ່າທີ່ດິນເຖິງ 99 ປີ ໂດຍໃຫ້ເຫດຜົນວ່າເປັນການຂາຍຊາດ ແລະ ໄດ້ສິດນອກອານາເຂດ ຜູ້ປະທ້ວງບາງຄົນຊູຄຳຂວັນຕໍ່ຕ້ານຈີນຢ່າງເປີດເຜີຍ ເຊິ່ງມີຂໍ້ຄວາມທີ່ຂຽນວ່າ “ຢ່າຍົກແຜ່ນດິນໃຫ້ຈີນແມ່ນແຕ່ມື້ດຽວ” ຫຼ້າສຸດມີຜູ້ຊຸມນຸມບຸກທຳລາຍສຳນັກງານກົມການເມືອງແຂວງ ບິ່ນຖ່ວນ ດ້ານສະພາຫວຽດນາມຈະມີການເລື່ອນການລົງມະຕິກົດໝາຍດັ່ງກ່າວ ໂດຍຂໍພິຈາລະນາເພີ່ມເຕີມ ແຕ່ຍັງບໍ່ຢືນຢັນວ່າຈະຍົກເລີກ ຫຼື ບໍ່

ຜູ້ປະທ້ວງໄດ້ມີການປະທະກັບເຈົ້າໜ້າທີ່ຕຳຫຼວດ ໃນລະຫວ່າງການເດີນຂະບວນປະທ້ວງແຜນການສ້າງເຂດເສດຖະກິດພິເສດ 3 ແຫ່ງ ຮວມທັງຢ້ານວ່ານັກລົງທຶນຈີນຈະມີອິດທິພົນໃນພື້ນທີ່

https://youtu.be/ndoyqDh60sE

1 COMMENT

Comments are closed.