ເມືວວັນທີ 7 ມິຖຸນາ 2018 ຮາວາຍນິວສ໌ນາວ ເດລີເມລ ແລະ ເອພີ ເຜີຍແຜ່ຮູບຖ່າຍຊວນຕະລຶງຂອງສະຖານະການພູໄຟຄິລາເວອາ ທີ່ເກາະ ບິ໊ກໄອສ໌ແລນ ລັດຮາວາຍ ສະຫະລັດອາເມລິກາ ຫຼັງຈາກລະເບີດມາດົນເປັນເວລາກວ່າ 1 ເດືອນ ແລະ ຍັງບໍ່ມີທ່າທາງວາຈະສະຫງົບລົງໃນມໍ່ໆນີ້
ໂຄສົກສາວເຂດຮາວາຍ ລະບຸວ່າ ເປັນຄວາມສູນເສຍຄັ້ງໃຫຍ່ທີ່ເກີດຂຶ້ນພາຍໃນມື້ດຽວ ທັງຍັງມີຈຳນວນຫຼາຍເປັນ 2 ເທົ່າ ຂອງບ້ານເຮືອນ 117 ຫຼັງທີ່ຖືກລາວາຮ້ອນເຜົາວອດວາຍໄປກ່ອນໜ້ານີ້ ແລະ ເຊື່ອວ່າຍັງມີອີກຫຼາຍທີ່ໄດ້ຮັບຄວາມເສຍຫາຍ