Homeຂ່າວພາຍ​ໃນເຕືອນ ພາຍຸດີເປຣຊັ່ນ

ເຕືອນ ພາຍຸດີເປຣຊັ່ນ

Published on

ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕ່ຳຍັງສືບຕໍ່ພາດຜ່ານພາກກາງ ແລະ ພາກໃຕ້ ຂອງປະເທດລາວ ແລະ ປ່ອງເຂົ້າໃສ່ລົມພາຍຸດີເປຼຊັນ ເຊິ່ງໃນເວລາ 8:30 ໂມງ ຂອງວັນທີ 3 ມິຖຸນາ 2018 ມີຈຸດສູນກາງຢູ່ເສັ້ນຂະໜາດທີ 13.7 ອົງສາເໜືອ ແລະ ເສັ້ນແວງທີ 111.3 ອົງສາຕາເວັນອອກ ກຳລັງເຄື່ອນທີ່ລຽບຕາມຊາຍແດນດ້ານຕາເວັນອອກຂອງປະເທດຫວຽດນາມຢ່າງຊ້າໆດ້ວຍຄວາມໄວ 15 ກິໂລແມັດ/ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນທີ່ລຽບຕາມຊາຍແດນປະເທດຫວຽດນາມ ໃນໄລຍະວັນທີ 3 ຫາ 4 ວັນຕໍ່ໜ້ານີ້ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງເປັນບໍລິເວນກວ້າງໃນເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນໄລຍະວັນທີ 4 ຫາ 8 ມິຖຸນາ 2018.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ທີ່ຢູ່ພາກກາງຫາພາກໃຕ້ຈົ່ງມີສະຕິລະມັດລະວັງຕໍ່ ຝົນຕົກຫນັກ ລົມແຮງ ເຊິ່ງອາດຈະເຮັດໃຫ້ຕົ້ນໄມ້ໃຫຍ່ຫັກລົ້ມ ຫລັງຄາເຮືອນເປີດ ນໍ້າຖ້ວມຊຸ ແລະອື່ນໆ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...