Homeຄວາມງາມຊາ 4 ຊະນິດ ຍິ່ງດື່ມ ຍິ່ງຊ່ວຍຫລຸດນ້ຳໜັກ

ຊາ 4 ຊະນິດ ຍິ່ງດື່ມ ຍິ່ງຊ່ວຍຫລຸດນ້ຳໜັກ

Published on

 

ໄລຍະ​ນີ້​ເຫັນ​ໄດ້ແຈ່ມ​ແຈ້ງ​ວ່າ ສາວໆ ສ່ວນ​ໃຫຍ່ຫັນ​ມາ​ໃສ່​ໃຈ​ສຸຂະພາບ​ ແລະ​ຮູບຮ່າງ​ກັນ​ຫລາຍ​ຂຶ້ນ ແລະ ​ຫລາຍ​ຄົນ​ກໍ​ເປັນ​ກັງ​ວົນ​ເລື່ອງ​ອາຫານ​ການ​ກິນ​ຢູ່​ບໍ່​ໜ້ອຍ ​​ໂດຍ​ສະເພາະ​ຄົົນທີ່​ມັກ ດື່ມ​ຊາ ຫລາຍ​ຄົນ​ເປັນ​ກັງ​ວົນ​ວ່າ ການ​ດື່ມ​ຊາ​ອາດ​ມີ​ຜົນ​ຕໍ່​ນ້ຳ​ໜັກ​ໄດ້ ແຕ່​ມື້​ນີ້​ສຳລັບ​ຄົົນທີ່​ມັກ​ດື່ມ​ຊາ​ກຽມ​ດີໃຈ​ໄດ້​ເລີຍ ເພາະ​ເຮົາ​ມີ​ຊາ ຊະນິດ​ຕ່າງໆ ​ທີ່​ຈະ​ມາ​ເປັນ​ຕົວ​ຊ່ວຍ​ໃນ​ການ ຫລຸດ​ນ້ຳ​ໜັກ ແລະ ​ຖື​ເປັນ​ການ​ຜ່ອນ​ຄາຍ​ອາລົມ​ກັບ​ຊາ​ຫອມໆ​ໄປ​ນໍາໃນໂຕ

1. ຊາ​ຂຽວ

 

1

ຊາ​ຂຽວ ນັ້ນ​ເປັນ​ຊາ​ທີ່​ສາມາດ​ໃຊ້​ດື່ມ​ເພື່ອ​ຫລຸດ​ນ້ຳ​ໜັກ​ໄດ້ໂດຍ​ຜູ້​ຊ່ຽວຊານ​ໄດ້​ກ່າວ​ໄວ້​ວ່າ ການ​ດື່ມ​ຊາ​ຂຽວ​ນັ້ນ​ບໍ່ແມ່ນ​ວ່າ​ດື່ມ​ແລ້ວ​ຈະ​ຫລຸດ​ໄດ້​ທັນ​ທີ ແຕ່​ຕ້ອງ​ດື່ມ​ເປັນ​ປະຈຳ ເຊິ່ງ​ຊາ​ຂຽວ​ຈະ​ຊ່ວຍ​ເພີ່ມ​ອັດຕາ​ ທາດເມ​ທາ​ບໍ​ລິ​ຊຶມ ເພີ່ມ​ອັດຕາ​ການ​ເຜົາ​ຜານ​ ຄາ​ໂບ​ໄຮ​ເດດ ​ແລະ ​ທາດ ​ອອກ​ຊິ​ເດ​ຊັນ​ ຂອງ​ໄຂ​ມັນ​ເມື່ອ​ອອກ​ກຳ​ລັງ​ກາຍ ການ​ດື່ມ​ມື້​ລະ 2ເຖິງ 5ຈອກ​ຕໍ່​ມື້ ​ກໍ​ສາມາດ​ຊ່ວຍ​ເຈົ້າ​ໃນ​ການຫ​ລຸດ​ນ້ຳ​ໜັກ​ໄດ້​ແລ້ວ​

2. ຊາ​ອູ່​ຫລົງ

2

ໃບ​ຊາ​ອູ່​ຫລົງ ນັ້ນ​ເມື່ອ​ທຽບ​ກັບ​ໃບ​ຊາ​ຂຽວ​ແລ້ວ​ ຈະ​ມີ​ຄວາມ​ຍາວ​ຫລາຍກວ່າ​ແຕ່​ບໍ່​ເທົ່າ​ໃບ​ຊາ​ດຳ ເຊິ່ງ​ຊາ​ອູ່​ຫລົງ​ນັ້ນ​ມີ​ສັບ​ພະຄຸນຫລາຍ​ ທີ່​ສ່ວນ​ໃຫຍ່​ແລ້ວ​ສົ່ງ​ຜົນ​ຕໍ່​ການ ຫ​ລຸດ​ນ້ຳ​ໜັກ​ ທັງນັ້ນ​ເລີຍ ເພາະ​ຊາ​ອູ່​ຫລົງ​ນັ້ນ​ຈະ​ຊ່ວຍ​ຫລຸດ​ຜົນ​ກະທົບ​ຕ່າງໆ​ທີ່​ໄດ້ຮັບ​ຈາກ​ໄຂ​ມັນ ບໍ່​ວ່າ​ຈະ​ເປັນ​ການຫ​ລຸດ​ປະລິມານ​ໄຂ​ມັນ​ທີ່​ສະ​ສົມ​ໃນ​ຮ່າງກາຍ ແລະ​   ຍັງ​ສາມາດ​ເພີ່ມ​ການ​ເຜົາ​ຜານ​ໄຂ​ມັນ​ໄດ້​ອີກ​ ໂດຍ​ສິ່ງ​ທີ່ເກີດຂື້ນ​ເຫລົ່າ​ນີ້​ກໍ​ຈະ​ສົ່ງ​ຜົນ​ໃຫ້​​ເບິ່ງຈ່ອຍ​ລົງ​ນັ້ນ​ເອງ ​ພຽງ​ດື່ມ​ມື້​ລະ 3ຈອກຕໍ່​ມື້​ເທົ່າ​ນັ້ນ​ເອງ

3. ຊາດຳ

3

ຊາ​ດຳ ນັ້ນ​ເປັນ​ຊາ​ທີ່​ມີ​ລົດ​ເຂັ້ມ​ກວ່າ​ ຊາ​ຊະນິດ​ອື່ນໆ ​ແລະ ​ກໍ​ມີ​ຄາ​ເຟ​ອີນ​ຫລາຍກວ່າ​ຊາ​ອື່ນໆ​ເຊັ່ນ​ກັນ ສຳລັບ​ຄົົນທີ່​ມີ​ ອິນ​ຊູ​ລິນ ​ທີ່​ມີ​ຄວາມ​ໄວ​ຕ່ຳ​ນັ້ນ​ຈະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຕຸ້ຍ​ຫລາຍກວ່າ​ຄົນອື່ນ ເຊິ່ງ​ສາມາດ​ດື່ມ​ຊາ​ດຳ​ເພື່ອ​ເພີ່ມ​ຄວາມ​ໄວ​ຂອງ​ອິນ​ຊູ​ລິນ​ໄດ້

4. ຊາ​ກຸ​ຫລາບ

4

ຊາ​ກຸ​ຫລາບ ເປັນ​ໜຶ່ງ​ໃນ​ຊາ​ທີ່​ເກົ່າ​ແກ່​ທີ່ສຸດ​ ທີ່​ມີ​ຜົນ​ໃນ​ການ​ປິ່ນປົວ​ ແລະ ​ການ​ຫລຸດ​ນ້ຳ​ໜັກ ໂດຍ​ຊາ​ກຸ​ຫລາບ​ນັ້ນ​ ເຮັດ​ມາ​ຈາກ​ໃບ​ກຸ​ຫລາບ​ສົດ​ ແລະ ​ຕາ​ຊາ​ປະສົມ​ກັນ ເຊິ່ງ​ວັດ​ຖຸ​ດິບ​ເຫລົ່າ​ນີ້​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ເອ, ບີ3, ຊີ, ດີ ແລະ ​ອີ ຊາ​ກຸ​ຫລາບ​ນັ້ນ​ຈະ​ຊ່ວຍ​ໃນ​ການ​ຕ້ານ​ເຊື້ອ​ຕ່າງໆ​ ແລະ ​ຍັງ​ເຮັດໃຫ້​ຈ່ອຍ​ລົງ​ດ້ວຍ​ການ​ກຳຈັດ ສານ​ພິດ​ໃນ​ຮ່າງກາຍ​ໄດ້ນໍາ​ອີກ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...