Homeຂ່າວຕ່າງປະເທດນັກອະນຸຮັກປະນາມຍີ່ປຸ່ນລ່າປາວານກຳລັງຖືພາ 122 ໂຕ

ນັກອະນຸຮັກປະນາມຍີ່ປຸ່ນລ່າປາວານກຳລັງຖືພາ 122 ໂຕ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໂຕກຽວ, ປະເທດຍີ່ປຸ່ນ ເມື່ອວັນທີ 31 ພຶດສະພາ ວ່າອົງການມະນຸດທຳສັງຄົມນານາຊາດ (SHI) ຫນື່ງໃນອົງການບໍ່ສະແຫວງຫາຜົນກຳໄລລະຫວ່າງປະເທດຂະຫນາດໃຫຍ່ ຊື່ງມີສຳນັກງານໃຫຍ່ຢູ່ໃນສະຫະລັດ ແລະ ມີຫນ້າທີ່ຕໍ່ຕ້ານການກະທຳອັນຖືວ່າເປັນການທໍາຮ້າຍສັດ ອອກຖະແຫລງການໃນອາທິດນີ້ ວິຈານສະຖິຕິການລ່າປາວານຂອງຍີ່ປຸ່ນໃນມະຫາສະຫມຸດແອນຕາກຕິກເມື່ອຊ່ວງລະດູຮ້ອນທີ່ຜ່ານມາ ຊື່ງເຜີຍວ່າມີການລ່າວານທີ່ກຳລັງຖືພາລູກນ້ອຍເຖີງ 122 ໂຕ ນີ້ແມ່ນເປັນຂໍ້ມູນອັນສະເທືອນໃຈເປັນຢ່າງຍີ່ງ ແລະ ສະແດງເຖີງຄວາມໂຫດຮ້າຍປ່າເຖື່ອນຂອງອຸດສາຫະກຳລ່າວານຍີ່ປຸ່ນ.

ຖະແຫລງການຂອງ SHI ລະບຸຕື່ມອີກວ່າ ພາລະກິດດັ່ງກ່າວ ແມ່ນບໍ່ມີຄວາມຈຳເປັນຂອງການລ່າວານ ຕາມຂໍ້ອ້າງແມ່ນເພື່ອການວິໄຈທາງວິທະຍາສາດ ທັງທີຫລາຍຝ່າຍແມ່ນໄດ້ນຳສະເຫນີລາຍງານວິໄຈອອກມາຢ່າງຕໍ່ເນື່ອງແລ້ວວ່າການລ່ອງເຮືອສຳຫລວດພຶດຕິກຳຂອງປາວານ ມີຄວາມພຽງພໍແລ້ວຖ້າຫາກຕ້ອງການເຮັດການວິໄຈກ່ຽວກັບວານຢ່າງແທ້ຈິງ ການຂ້າປາວານຢ່າງໂຫດຮ້າຍແມ່ນບໍ່ມີຄວາມຈຳເປັນເລີຍ.

ທ່າທີດັ່ງກ່າວຂອງ SHI ມີຂື້ນຫລັງລັດຖະບານຍີ່ປຸ່ນສົ່ງລາຍງານຕໍ່ຄະນະກຳມະການ ການລ່າປາວານລະຫວ່າງປະເທດ (IWC) ເມື່ອເດືອນ ເມສາ ທີ່ຜ່ານມາ ວ່າໂຄງການລ່າປາວານເພື່ອນຳມາເຊື່ງການວິໄຈທາງວິທະຍາສາດໃນຊີກໂລກໃຕ້ ຫລື ໃນມະຫາສະຫມຸດແອນຕາກຕິກ ລະຫວ່າງເດືອນພຶດສະພາ ປີທີ່ແລ້ວເຖີງເດືອນມີນາ ປີນີ້ ມີການລ່າປາວານໄດ້ທັງຫມົດ 333ໂຕ ໃນຈຳນວນນີ້ເປັນເພດເມຍ 128 ໂຕ ແລະ ກຳລັງຖືພາຢູ່ 122 ໂຕ.

ທັງນີ້ ຄະນະຕຸລາການສານຍຸຕິທຳລະຫວ່າງປະເທດ (ICJ) ຫລື ສານໂລກ ມີຄຳເຫັນເມື່ອປີ 2014 ວ່າໃຫ້ຍີ່ປຸ່ນຍຸຕິການລ່າປາວານໃນມະຫາສະຫມຸດແອນຕາກຕິກ ເນື່ອງຈາກບໍ່ແມ່ນການລ່າວານດ້ວຍວັດຖຸປະສົງເພື່ອການວິໄຈທາງວິທະຍາສາດຢ່າງແທ້ຈິງ, ເຖີງແມ່ນວ່າຍີ່ປຸ່ນຍອມຮັບຄຳຕັດສິນດ້ວຍການຍົກເລີກລະດູການລ່າປາວານລະຫວ່າງປີ 2014-2015 ແຕ່ກຳຍັງມາດຳເນີນການຕໍ່ອີກຫລັງຈາກນັ້ນ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...