ເກົາຫຼີໃຕ້ຢືນຢັນ “ຄິມ” ຍັງປະຊຸມກັບ “ທຣັມ” ສະຫະລັດສົ່ງເຈົ້າໜ້າທີ່ໄປກຽມງານທີ່ສິງກະໂປແລ້ວ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ພຶດສະພາວ່າ ປະທານາທິບໍດີ ມຸນ ແຈ ອິນ ແຫ່ງເກົາຫຼີໃຕ້ ອອກມາເປີດເຜີຍລາຍລະອຽດຂອງການພົບປະຫາລືກັບ ທ່ານ ຄິມ ຈອງອຶນ ຜູ້ນຳເກົາຫຼີເມື່ອວັນສົາທີ່ຜ່ານມາ ໂດຍຢືນັນວ່າທ່ານ ຄິມ ຍັງມຸ່ງໝັ້ນທີ່ຈະປົດອາວຸດນິວເຄຣຍໃນແຫຼມເກາຫຼີໃຫ້ໝົດ ຮວມເຖິງການຮ່ວມປະຊຸມສຸດຍອດກັບໂດນັລ ທຣັມ ຜູ້ນຳສະຫະລັດອີກດ້ວຍ

ຫຼັງທ່ານ ທຣັມ ປະກາດເມື່ອວັນພະຫັດທີ 24 ພຶດສະພາ ທີ່ຜ່ານມາວ່າຈະຍົກເລີກການປະຊຸມນີ້ກ່ອນທີ່ໃນວັນຕໍ່ມາເຂົາກັບຄຳບອກວ່າການປະຊຸມຍັງດຳເນີນຕໍ່ໄປຫຼັງສົນທະນາກັບເຈົ້າໜ້າທີ່ເກົາຫຼີເໜືອແລ້ວ

ໃນຂະນະດຽວກັນ ລັດຖະບານສະຫະລັດມີຄວາມເຄື່ອນໄຫວທີ່ສົ່ງສັນຍານຢ່າງຊັດເຈນວ່າ ການພບກັນລະຫວ່າງທ່ານ ຄິມ ກັບທ່ານ ທຣັມ ທີ່ປະເທດສິງກະໂປ ໃນວັນທີ 12 ມິຖຸນານີ້ ຈະເກີດຂຶ້ນຕາມກຳນົດການ ໂດຍເລຂາທິການຝ່າຍສື່ທຳນຽບຂາວລະບຸວ່າ ທີມງານຈາກທຳນຽບຂາວກຳລັງອອກເດີນທາງໄປທີ່ສິງກະໂປເພື່ອກຽມການເລື່ອງການປະຊຸມສຸດຍອດນີ້